ປະກາດຮັບສະໝັກພະນັກງານໂຄງການປັບປຸງຊີວິດການເປັນຢູ່ ເພື່ອຄ້ຳປະກັນດ້ານໂພສະນາການ(ແຂວງຫົວພັນ ແລະ ສະຫວັນນະເຂດ)

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ໂຄງການປັບປຸງຊີວິດການເປັນຢູ່ ເພື່ອຄ້ຳປະກັນດ້ານໂພສະນາການ
Grant No.: 
JSDF TF 097786
Project No.: 
P 123891
Date of Issue: 
Monday, October 7, 2013
Closing Date: 
Monday, October 21, 2013

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ສັງກັດຢູ່ຫ້ອງວ່າ​ການ​ລັດ​ຖະ​ບານ ຊຶ່ງໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການ​ອົດ​ສ໌ເອດ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງ​ພຶ້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ. ປະ​ຈຸ​ບັນ

ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ຊຶ່ງໃນນີ້ ໄດ້ຮັບມອບໝາຍໃຫ້ປະຕິບັດກິດຈະກຳໃໝ່ເພີ້ມເຕີມ ພາຍໃຕ້ໂຄງການທີ່ມີຊື່ວ່າ: ໂຄງການປັບປຸງຊີວິດການເປັນຢູ່ເພື່ອຄ້ຳປະກັນດ້ານໂພສະນາການ.ສະນັ້ນ, ຈຶ່ງມີຄວາມຕ້ອງການເພື່ອນຮ່ວມງານທີ່ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ມີເປົ້າໝາຍໃນການເຮັດວຽກເພື່ອຊ່ວຍ ເຫລືອຜຸູ້ທຸກຍາກ ເພື່ອບັນຈຸເປັນພະນັກງານ ທລຍ ໃນຕຳແໜ່ງຕໍ່ໄປນີ້:   

 

1.ຜູ້ປະສານງານຂັ້ນເມືອງ 03 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ, ເມືອງລະ 1 ຕຳແໜ່ງ.

2.ວິຊາການດ້ານປັບປຸງຊີວິດການເປັນຢູ່ 03 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ, ເມືອງລະ 1 ຕຳແໜ່ງ.

3.ວິຊາການດ້ານໂພສະນາການ 03 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ, ເມືອງລະ 1 ຕຳແໜ່ງ.

4.ຜູ້ປະສານງານຂັ້ນບ້ານ 18 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້ (6 ຕຳແໜ່ງ), ເມືອງ ຊຳໃຕ້ (6 ຕຳແໜ່ງ)ແຂວງ ຫົວພັນ ແລະ ເມືອງ ນອງ (6 ຕຳແໜ່ງ)  ແຂວງ ສະຫວັນນະເຂດ.

           

*** ເງື່ອນ​ໄຂ​ທາງ​ດ້ານ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ຜູ້​ສະ​ໝັກໃນ​ແຕ່​ລະ​ຕຳ​ແໜ່ງ:

1.  ຜູ້ປະສານງານຂັ້ນເມືອງ 03 ຕຳແໜ່ງ ເພື່ອປະຈຳເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ.

·         ຮຽນຈົບໜຶ່ງໃນບັນດາສາຂາຕໍ່ໄປນີ້: ດ້ານກະສິກຳ, ພັດທະນາຊຸມຊົນ, ສັງຄົມວິທະຍາ, ເສດຖະກິດ ຊົນນະບົດ, ການສຶກສາດ້ານການພັດທະນາ, ບໍລິຫານທຸລະກິດ ຫລືຂະແໜງການທີ່ກ່ຽວຂ້ອງ.

·         ມີປະສົບການຢ່າງໜ້ອຍ 5 ປີ ໃນການຈັດຕັ້ງປະຕິບັດໂຄງການ, ການຝຶກອົບຮົມ ແລະ ການສ້າງທີມງານໃນການປຸກລະດົມຂົນຂວາຍຊຸມຊົນໃຫ້ເຂົ້າຮ່ວມກິດຈະກຳດ້ານການປັບປຸງຊີິວິດການເປັນຢູ່ ແລະ ດ້ານໂພສະນາການ.

·         ມີປະສົບການຢ່າງໜ້ອຍ 2 ປີ ໃນການຄຸ້ມຄອງບໍລິຫານທີມງານໃນຂົງເຂດຫ່າງໄກສອກຫລີກ.

·         ມີປະສົບການໃນການຈັດຝຶກອົບຮົມ ແລະ ກອງປະຊຸມ.

·         ມີຄວາມຮູ້ໃນການວາງແຜນໂຄງການໂດຍນຳໃຊ້ວິທີການ ຂັບເຂື່ອນໂດຍຊຸມຊົນ, ການກຳນົດ ແລະ ການຈັດບູລິມະສິດໂຄງການ, ການວິເຄາະ ແລະ ເທັກນິກການວາງແຜນຢ່າງມີເຫດຜົນ;

·         ລຶ້ງເຄີຍກັບການຈັດຕັ້ງປະຕິບັດວຽກຂອງບັນດາໂຄງການຊ່ວຍເຫລືອ ຂອງລັດຖະບານ ແລະ ອົງການສາກົນອື່ນໆ

·         ມີປະສົບການກ່ຽວກັບວຽກງານເຊື່ອມບົດບາດຍິງຊາຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອ (ກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ, ກຸ່ມຫັດຖະກຳການຜະລິດ, ແລະ ກຸ່ມສ້າງລາຍຮັບດ້ານອື່ນໆ ໃນເຂດຊົນນະບົດຫ່າງໄກສອກຫລີກ ທີ່ມີກຸ່ມຊົນເຜົ່າທີ່ແຕກຕ່າງກັນ).

·         ມີທັກສະໃນການນຳໃຊ້ ຄອມພິວເຕີ້ໃນລະດັບປານກາງ (Ms Word, Excel, PowerPoint);

·         ມີປະສົບການໃນການເຮັດວຽກເຂດຫ່າງໄກສອກຫລີກ, ທີ່ມີຫລາຍຊົນເຜົ່າທີ່ແຕກຕ່າງກັນ

·         ມີປະສົບການໃນການເຮັດວຽກແລະ ປະສານງານກັບອຳນາດການປົກຄອງທ້ອງຖິ່ນເປັນຢ່າງດີ.

2.  ວິຊາການດ້ານປັບປຸງຊີວິດການເປັນຢູ່ 03 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ.

·         ຮຽນຈົບດ້ານກະສິກຳ ຫລື ພັດທະນາຊົນນະບົດ, ສັງຄົມວິທະຍາ, ເສດຖະກິດຊົນນະບົດ, ການສຶກສາດ້ານການພັດທະນາ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ

·         ປະສົບການຢ່າງໜ້ອຍ 03 ປີ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ການໃຫ້ສິດແກ່ຜູ້ຍິງ

·         ປະສົບການໃນການຈັດຕັ້ງປະຕິບັດໂຄງການ, ການຝຶກອົບຮົມ ແລະ ການສ້າງທີມງານປຸກລະດົມຊຸມຊົນ

·         ປະສົບການໃນການຈັດຝຶກອົບຮົມ ແລະ ກອງປະຊຸມ

·         ມີຄວາມຮູ້ໃນການວາງແຜນໂຄງການໂດຍການນຳໃຊ້ວິທີການຂັບເຂື່ອນໂດຍຊຸມຊົນ, ການກຳນົດບູລິມະສິດຂອງໂຄງການ, ການວິເຄາະ ແລະ ການວາງແຜນວຽກຢ່າງມີເຫດຜົນ 

·         ປະສົບການໃນວຽກງານເຊື່ອມບົດບາດຍິງຊາຍ ແລະ ການກຳນົດກຸ່ມ (ກຸ່ມທ້ອນເງິນ, ກຸ່ມຜະລິດຕະພັນຫັດຖະກຳ, ແລະ ກຸ່ມສ້າງລາຍຮັບດ້ານອື່ນໆ ໃນເຂດຊົນນະບົດຫ່າງໄກສອກຫລີກ ທີ່ມີກຸ່ມຊົນເຜົ່າທີ່ແຕກຕ່າງກັນ).

·         ປະສົບການ ແລະ ຄວາມຮູ້ ກ່ຽວກັບຂັ້ນຕອນພັດທະນາການຕະຫລາດໃນການສ້າງເຄືອຂ່າຍຂອງການຈຳໜ່າຍຜະລິດຕະພັນ

·         ມີປະສົບການໃນການເຮັດວຽກຢູ່ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານເຊິ່ງມີຄວາມແຕກຕ່າງທາງດ້ານຊົນເຜົ່າ, ເພື່ອຊ່ວຍໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ

·         ສາມາດນຳໃຊ້ຄອມພິວເຕີໃນລະດັບປານກາງ (Ms Word, Excel,);

3.  ວິຊາການດ້ານໂພສະນາການ ຂັ້ນເມືອງ 03 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້, ເມືອງ ຊຳໃຕ້ ແຂວງ ຫົວພັນ ແລະ ເມືອງ ນອງ ແຂວງ ສະຫວັນນະເຂດ.

·         ຈົບການສຶກສາໃນດ້ານໂພສະນາການ ຫລື ການແພດຂັ້ນຕົ້ນ, ພັດທະນາຊຸມຊົນຊົນນະບົດ, ສັງຄົມວິທະຍາ, ເສດຖະກິດຊົນນະບົດ, ການສຶກສາດ້ານການພັດທະນາແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.

·         ປະສົບການຢ່າງໜ້ອຍ 3 ປີໃນການສ້າງຄວາມເຂັ້ມແຂງຊຸມຊົນ ແລະ ໃຫ້ອຳນາດແກ່ແມ່ຍິງ, ຫລື ມີປະສົບການໃນຂະແໜງການແມ່ແລະເດັກ, ການສະໜອງນ້ຳສະອາດ ແລະ ດ້ານສຸຂະອະນາໄມ ໃນຂົງເຂດຫ່າງໄກສອກຫລີກ ຈະໄດ້ຮັບການພິຈາລະນາເປັນພິເສດ.

·         ປະສົບການໃນການຈັດຕັ້ງປະຕິບັດວຽກງານໂຄງການ, ການຝຶກອົບຮົມ ແລະ ສ້າງທີມປຸກລະດົມຂົນຂວາຍຊຸມຊົນ.

·         ປະສົບການໃນການຈັດຝຶກອົບຮົມ ແລະ ກອງປະຊຸມ.

·         ມີຄວາມຮູ້ໃນການວາງແຜນໂຄງການໂດຍການນຳໃຊ້ວິທີການຂັບເຂື່ອນໂດຍຊຸມຊົນ, ການກຳນົດບູລິມະສິດຂອງໂຄງການ, ການວິເຄາະ ແລະ ການວາງແຜນວຽກຢ່າງມີເຫດຜົນ.

·         ປະສົບການໃນການດ້ານວຽກງານເຊື່ອມບົດບາດຍິງຊາຍ ແລະ ການສ້າງຕັ້ງກຸ່ມ (ກຸ່ມທ້ອນເງິນ, ກຸ່ມຜະລິດຕະພັນຫັດຖະກຳ, ແລະ ກຸ່ມສ້າງລາຍຮັບດ້ານອື່ນໆ ໃນເຂດຊົນນະບົດຫ່າງໄກສອກຫລີກ ທີ່ມີກຸ່ມຊົນເຜົ່າທີ່ແຕກຕ່າງກັນ).

·         ສາມາດນຳໃຊ້ຄອມພິວເຕີໃນລະດັບປານກາງ (Ms Word, Excel,);

·         ມີປະສົບການໃນການເຮັດວຽກເຂດຫ່າງໄກສອກຫລີກ, ເຂດທຸລະກັນດານເຊິ່ງມີຄວາມແຕກຕ່າງທາງດ້ານຊົນເຜົ່າ

4.  ຜູ້ປະສານງານຂັ້ນບ້ານ 18 ຕຳແໜ່ງ ເພື່ອປະຈຳ ເມືອງ ຊຽງຄໍ້ (6 ຕຳແໜ່ງ), ເມືອງ ຊຳໃຕ້ (6 ຕຳແໜ່ງ)ແຂວງ ຫົວພັນ ແລະ ເມືອງ ນອງ (6 ຕຳແໜ່ງ),  ແຂວງ ສະຫວັນນະເຂດ.

·         ມີຄວາມຮູ້ ຫລື ໄດ້ຮັບການສຶກສາກ່ຽວກັບກະສິກຳ ຫລື ການພັດທະນາຊົນນະບົດ, ການຢາ ແລະ ສຸຂະພາບຂັ້ນຕົ້ນ, ສັງຄົມວິທະຍາ, ເສດຖະກິດຊົນນະບົດ, ການສຶກສາດ້ານການພັດທະນາ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ.

·         ປະສົບການຢ່າງໜ້ອຍ 02 ປີ ໃນວຽກງານການພັດທະນາຊຸມຊົນ/ວຽກງານການປັບປຸງຊີວິດການເປັນຢູ່ /ວຽກງານດ້ານໂພສະນາການ

·         ສະໝັກໃຈໃນການເດີນທາງ ແລະອາໄສໃນເຂດຫ່າງໄກສອກຫລີກ, ເຂດຊົນນະບົດທີ່ທຸກຍາກ

·         ອາຍຸລະຫວ່າງ 20-35 ປີ ທີ່ມີສຸຂະພາບແຂງແຮງ.

·         ສະໝັກໃຈໃນການເຮັດວຽກຢ່າງຕໍ່ເນື່ອງຢ່າງໜ້ອຍ 02 ປີ ( ເຊິ່ງເລີ່ມໃນເດືອນ ຕຸລາ 2013 ເປັນຕົ້ນໄປ)

·         ຜູ້ສະໝັກທີ່ສາມາດເວົ້າພາສາທ້ອງຖິ່ນໃນເຂດເປົ້າໝາຍໄດ້ຈະໄດ້ຮັບການພິຈາລະນາເປັນພິເສດ.

·         ຜູ້ສະໝັກທີ່ເປັນເພດຍິງຈະໄດ້ຮັບການພິຈາລະນາເປັນພິເສດ.

 

ໝາຍເຫດ: 1. ໃນທຸກໆຕຳແໜ່ງງານຂ້າງເທິງນັ້ນຫາກຜູ້ສະໝັກເປັນເພດຍິງ ແລະ ເຄີຍອາໄສຢູ່ໃນເຂດຊົນນະບົດທຸກຍາກໃນ    ເຂດຫ່າງໄກສອກຫລີກຂອງ ແຂວງ ຫົວພັນ ແລະ ສະຫວັນນະເຂດຈະໄດ້ຮັບການພິຈາລະນາເປັນພິເສດ.

       2. ທ່ານສາມາດພົວພັນເອົາລາຍລະອຽດໜ້າວຽກຂອງແຕ່ລະຕຳແໜ່ງງານກັບຫ້ອງການຂ້າງລຸ່ມນີ້.

ສຳ​ລັບ​ທ່ານ​ທີ່​ສົນ​ໃຈ​ຈະ​ສະ​ໝັກ ສາ​ມາດ​ຍື່ນ​ເອ​ກະ​ສານ​ສະ​ໝັກ​ງານ (ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຜູ້ຢັ້ງ​ຢືນ 03 ທ່ານ, ຊີ​ວະ​ປະ​ຫວັດ, ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4cm ຈຳນວນ 01 ໃບ)​ ໄປ​ທີ່:

 

1.  ຫ້ອງການ ທລຍ ແຂວງ ຫົວພັນ ບ້ານ ພັນໄຊ ເມືອງ ຊຳເໜືອ (ຢູ່ຕຶກດຽວກັບຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຂວງ ຫົວພັນ) ເບີຕິດຕໍ່ 064 313 000.

2.  ຫ້ອງການ ທລຍ ແຂວງ ສະຫວັນນະເຂດ ບ້ານ ນາແກ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ (ກ້ອງຂົວມິດຕະພາບ ລາວໄທ) ເບີໂທລະສັບ: 041 252578.

3.  ຫ້ອງການ ທລຍ ສູນກາງ ຕັ້ງຢູ່ໃນຫ້ອງວ່າການລັດຖະບານ ບ້ານ ສີສະຫວາດ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ເບີໂທລະສັບ 021 261 479-80. ຫລື ທ່ານສາມາດເບິີ່ງລາຍລະອຽດເພີ່ມເຕີມໄດ້ທີ່ www.prflaos.org

 

ກະ​ລຸ​ນາຮັບ​ຊາບ​ວ່າ ກອງ​ທຶນຈະ​ຕິດ​ຕໍ່​ຫາ​ຜູ້​ທີ່​ເໝາະ​ສົມ ແລະ ຖືກ​ຕ້ອງ​ຕາມ​ເງື່ອນ​ໄຂ​ທີ່​ຄົບ​ຖ້ວນ​ເທົ່າ​ນັ້ນ ເພື່ອ​ດຳ​ເນີນ​ຂະ​ບວນ​ການ​ປະ​ເມີນ.(ເອ​ກະ​ສານ​ສະ​ໝັກ​ທຸກ​ຢ່າງ ຈະບໍ່​ອະ​ນຸ​ຍາດ​ໃຫ້​ຖອນ​ຄືນ)