ການຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ

Posting Date: 
16 Feb 2021

 

ການຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ

 

ສໍາລັບປີ 2020 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ (Community Force Account CFA ”) ທັງໝົດ 178 ໂຄງການ ຢູ່ 23 ເມືອງຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)ນ, ໃນນັ້ນ ສໍາເລັດ 100% ແມ່ນ 79 ໂຄງການ, ສໍາເລັດຫຼາຍກວ່າ50% ກວມເອົາ 57% ແລະ ມີຄວາມສໍາເລັດໜ້ອຍກວ່າ 50% ແມ່ນ 42 ໂຄງການ.

 

ໃນວັນທີ 6 ກຸມພາ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ທ່ານ ຫົງເງີນ ສະເດັດຕັນ, ຫົວໜ້າຂະແໜງວິສະວະກຳຊຸມຊົນ ພ້ອມດ້ວຍຄະນະແລະ ຫ້ອງການພາກລັດທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງໄປກວດກາຄຸນນະພາບການກໍ່ສ້າງໂຄງການຍ່ອຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ CFA ” ແລະ ຕິດຕາມການເຮັດວຽກຂອງທີມງານບ້ານ, ທິມງານບ້ານດັ່ງກ່າວ ປະກອບດ້ວຍ:  ທີມງານກໍ່ສ້າງໂຄງການຍ່ອຍ, ທີມງານຈັດຊື້-ຈັດຈ້າງ ວັດສະດຸອຸປະກອນການກໍ່ສ້າງໂຄງການຍ່ອຍແລະ ທີມງານຄຸ້ມຄອງບໍລິຫານການເງິນ ໂດຍສະໜັບສະໜູນຫຼັກການ ຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ຂອງ ທລຍ ທີ່ແຂວງສະຫວັນນະເຂດ, ເຊກອງ, ອັດຕະປື.ຄາດວ່າວຽກງານດັ່ງກ່າວນີ້ ຈະສໍາເລັດລົງໃນວັນທີ່ 17 ກຸມພາ 2021 ທີ່ຈະມາເຖິງນີ້.

 

Attachment: