ກອງປະຊຸມກະກຽມສະຫຼຸບຜົນງານໄລຍະ 17ປີ ທລຍ ຢູ່ແຂວງສະຫວັນນະເຂດ ໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງແລະ ປົກປັກຮັກສາ ພ້ອມທັງສ້າງແຜນລະດົມທຶນ

Posting Date: 
02 Feb 2021

ກອງປະຊຸມກະກຽມສະຫຼຸບຜົນງານໄລຍະ 17ປີ ທລຍ ຢູ່ແຂວງສະຫວັນນະເຂດ ໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງແລະປົກປັກຮັກສາ ພ້ອມທັງສ້າງແຜນລະດົມທຶນ

ໃນວັນທີ 1 ກຸມພາ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມກະກຽມສະຫຼຸບຜົນງານ ທລຍ ຢູ່ແຂວງສະຫວັນນະເຂດໄລຍະ 17ປີ ໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ພ້ອມທັງສ້າງແຜນລະດົມທຶນໂດຍການເປັນປະທານຂອງທ່ານ ຄໍາຈັນ ສີດາວົງ, ກໍາມະການພັກແຂວງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການເງິນ,ກົມກວດກາ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຄະນະອໍານວຍການພ້ອມດ້ວຍທີມງານ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 4 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືຂັ້ນຕອນກະກຽມສະຫຼຸບຜົນງານ ທລຍ 17 ປີ ຢູ່ແຂວງສະຫວັນນະເຂດ ໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ພ້ອມທັງສ້າງແຜນລະດົມທຶນ.

ກອງປະຊຸມໄດ້ປືກສາຫາລືກັນຫຼາຍດ້ານໂດຍສະເພາະຂັ້ນຕອນການລາຍງານຜົນໄດ້ຮັບໃນໄລຍະ 17 ປີຂອງວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກແຂວງສະຫວັນນະເຂດ, ຂະບວນການຄຸ້ມຄອງນຳໃຊ້ໂຄງການ ແລະ ສືບຕໍ່ປົກປັກຮັກສາຈາກຫ້ອງການກ່ຽວຂ້ອງຕ່າງໆ ເພື່ອເນັ້ນໃສ່ຄວາມຍືນຍົງຂອງໂຄງການ ແລະ ການປົກປັກຮັກສາແລະ ນຳໃຊ້ໂຄງການຂອງຊຸມຊົນໄລຍະຍາວ ພ້ອມດຽວກັນຍັງໄດ້ປືກສາຫາລືກັນໃນການລະດົມທຶນເພື່ອສຶບຕໍ່ພັດທະນາໃນວຽກງານລືບລ້າງຄວາມທຸກຍາກຕາມດຳລັດຕາມ 348/ລບ ເພື່ອປະຕິບັດແຜນຍຸດທະສາດພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດກໍ່ຄືພາຍໃນແຂວງສະຫວັນນະເຂດ ພາຍຫຼັງຜ່ານຂະບວນການປຶກສາຫາລື ເປັນລຳດັບຂັ້ນຕອນເຫັນໄດ້ວ່າສາມາດສະຫຼຸບ ແລະ ຕົກລົງເປັນເອກະພາບດັ່ງນີ້:

-      

ຍ້ອງຍໍສັນລະເສີິນຜົນງານໄລຍະ 17 ປີໃຫ້ກັບບ້ານ, ຫ້ອງການ ແລະ ບຸກຄົນທີ່ດີເດັ່ນທີ່ປະກອບສ່ວນເຂົ້າໃນການພັດທະນາຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ;

-       

ສ້າງແຜນລະດົມທຶນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ ປີ 2020-2030 ຂຽນບົດສະ    ເໜີໂຄງການເພື່ອຍຶ່ນສະເໜີຕໍ່ອົງການສາກົນ ແລະ ລັດຖະບານ;

-       

ລະດົມທຶນຈາກພາກສ່ວນເອກະຊົນພາຍໃນແຂວງ ເພື່ອສືບຕໍ່ຂະບວນການແຂ່ງຂັນ ຮັກຊາດ ພັດທະນາ;

-       

ລະດົມເຫື່ອແຮງ ແລະ ແນວຄິດຂອງພະນັກງານເພື່ອສົ່ງເສີມຄວາມຮູ້, ຄວາມອາດສາມາດໃຫ້ປະຊາຊົນບັນດາເຜົ່າໃຫ້ມີລະດັບດີຂື້ນ ມີການພັດທະນາແບບ ເຄິ່ງວິທະຍາສາດ ແລະ ທຳມະຊາດໃຫ້ຖືກຕ້ອງ;

-       

ສ້າງຊຸມຊົນທີ່ມີທ່າແຮງການພັດທະນາຈາກກຸ່ມການຜະລິດ ການເປັນສະຫະກອນ ເພື່ອຍາດແຍ່ງການເຂົ້າເຖິ່ງແຫຼ່ງທຶນ ເຊັ່ນ:​ ທະນາຄານນະໂຍບາຍ,​ ທະນາຄານສົ່ງເສີມ ກະສິກຳ....

 

ທ່ານ ຄຳຈັນ ສີດາວົງ ກຳມະການພັກ ແຂວງ, ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສະຫວັນນະເຂດ ໄດ້ກ່າວເນັ້ນໃຫ້ຄວາມສຳຄັນຕໍ່ບັນດາຜົນງານ ແລະ ຮຽກຮ້ອງໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ຊ່ວຍເຫຼືອການພັດທະນາໂດຍຖືເອົາການສຳຫຼວດຂໍ້ມູນ 348/ລບ ເປັນຄູ່ມືໃນການວາງແຜນພັດທະນາ ເພື່ອບັນລຸຍຸດທະສາດ ການພັດທະນາ ແລະ ລຶບລ້າງຄວາມທຸກຍາກແບບຍຶນຍົງ (SDG) ພາຍໃນໄລຍະປີ 2020-2030 ໃຫ້ສຳເລັດຕາມຄາດໝາຍຂອງແຂວງທີ່ວາງໄວ້ ໂດຍເນັ້ນໃສ່ບາງບັນຫາທີ່ສຳຄັນດັ່ງນີ້:

-  

ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ, ອົງການການປົກຄອງ ສາມາດຄຸ້ມຄອງ ບໍລິຫານ ແລະ ພັດທະນາບຸກຄະລາກອນ ເພື່ອວາງແຜນພັດທະນາ.

-  

ຊຸກຍູ້ກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ຂະຫຍາຍກອງທຶນ, ສ້າງອາຊີບ ເພື່ອໃຫ້ເຂົາເຈົ້າມີລາຍຮັບ ພ້ອມກັບ ຂະຫຍາຍໃຫ້ເປັນຄອບຄົວຕົວແບບ ທາງດ້ານກະສິກຳ ຕາມດຳລັດ 0837/ກປ.

-  

ປັບປຸງການເຂົ້າເຖິງການບໍໍລິການດ້ານໂຄງລ່າງພື້ນຖານຂະໜາດນ້ອຍຊຸມຊົນສາມາດເຂົ້າເຖິງການບໍລິການໃຫ້ຄ້າຍຄືກັບຕົວເມືອງ ໂດຍໃຫ້ຊຸມຊົນມີສ່ວນຮ່ວມຫຼາຍທີ່ສຸດເພື່ອຄວາມຍຶນຍົງຂອງໂຄງການ.

ພາຍຫຼັງສໍາເລັດກອງປະຊຸມຢູ່ຫ້ອງການພະແນກກະສິກໍາແລະປ່າໄມ້ແຂວງ ຄະນະຜູ້ແທນກອງປະຊຸມ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ເຂົ້າພົບ ແລະ ລາຍງານຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້ ຕໍ່ ທ່ານ ວຽງທະວີສອນ ເທບພະຈັນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງແຂວງສະຫວັນນະເຂດ ເພື່ອຂໍທິດຊີ້ນໍາ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

 ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ລາຍງານວ່າ: ສະພາບການປ່ຽນແປງ ແລະ ຜົນງານຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ປະກອບສ່ວນໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຫຼາຍດ້ານ ຕາມແຜນຍຸດທະສາດເພື່ອຄວາມເຕີບໂຕໃນການແກ້ໄຂຄວາມທຸກຍາກແຫ່ງຊາດ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ 18 ປີແລ້ວ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການບັນລຸເປົ້າໝາຍສະຫັດສະຫວັດໃນການພັດທະນາ ໂດຍສະເພາະ ການແກ້ໄຂຄວາມທຸກຍາກ ປະກອບສ່ວນເຮັດໃຫ້ປະເທດລາວເຮົາ ກາຍເປັນປະເທດທີ່ມີລາຍຮັບປານກາງ ແລະ ບັນລຸສອງເງື່ອນໄຂໃນການຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາຜ່າ່ນການຈັດຕັ້ງປະຕິບັດໃນໄລຍະຜ່ານມານັ້ນໄດ້ປະສານສົມທົບກັບ 4 ຂະແໜງການຫຼັກຄື: ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ກະສິກໍາ ແລະ ປ່າໄມ້ ໃນນັ້ນ ຖືເອົາວຽກສ້າງພື້ນຖານໂຄງລ່າງ ທາງດ້ານການຜະລິດເປັນຕົ້ນຕໍ ໂດຍສະເພາະ ຫົນທາງຊົນນະບົດຂະໜາດນ້ອຍ, ໂຮງຮຽນປະຖົມ, ສຸກສາລາ, ນໍ້າລິນ, ນໍ້າສ້າງ, ນໍ້າບາດານ, ອ່າງເກັບນໍ້າ, ຊົນລະປະທານຂະໜາດນ້ອຍ ແລະ ອື່ນໆ. ສໍາລັບ ກອງທຶນຫຼຸດຜ່ອນຄວາມທຸກຍາກແຂວງສະຫວັນນະເຂດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2003 ເປັນຕົ້ນມາ ໂດຍໄດ້ນໍາໃຊ້ທຶນທັງໝົດ 24 ລ້ານໂດລາສະຫະລັດ ສຸມໃສ່ 5 ເມືອງທີ່ມີຄວາມທຸກຍາກສູງ ບໍລິເວນລຽບຊາຍແດນ ທີ່ເປັນເຂດຍຸດທະສາດ ກໍຄືເຂດແນວຫຼັງຂອງພວກເຮົາ, ສະພາບປະຈຸບັນ ໂດຍລວມຜູ້ໃຫ້ທຶນບໍ່ມີທຶນສືບຕໍ່ໂຄງການແກ້ໄຂຄວາມທຸກຍາກສະຫວັນນະເຂດ ດັ່ງນັ້ນ ລັດຖະບານຈຶ່ງຕັ້ງບັນຫາວ່າຊິເຮັດແນວໃດ ເພື່ອສືບໂຄງການດັ່ງກ່າວ ທີ່ ທລຍ ໄດ້ຈັດຕັ້ງປະຕິບັດມາເປັນເວລາ 18 ປີ ບໍ່ໃຫ້ຢຸດສະຫງັດ”.

ຫຼັງຈາກສິ້ນສຸດ ການເຂົ້າພົບ ແລະ ລາຍງານ ທ່ານຮອງເຈົ້າແຂວງສະຫວັນນະເຂດ ເພີ່ນໄດ້ມີຄໍາເຫັນຊີ້ນໍາດັ່ງລຸ່ມນີ້:

1.   

ບໍ່ເຫັນດີໃຫ້ຖອນໂຄງການ ທລຍ ອອກຈາກແຂວງສະຫວັນນະເຂດເທື່ອ

2.   

ທ່ານຮອງເຈົ້າແຂວງ ຈະຮຽກເຊີນ ພະແນກສຶກສາທິການ ແລະ ກິລາ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສິກໍາ ແລະ ປ່າໄມ້     ຮ່ວມມືກັນ ສ້າງບົດສະຫຼຸບວຽກ ທລຍ ຫຼັງຈາກນັ້ນ ສ້າງແຜນການສະເໜີຄວາມຕ້ອງການ ແລະ ງົບປະມານຂອງແຕ່ລະຂະແໜງການ ແຕ່ປິ 2020-2030.