ກອງປະຊຸມທາງໄກ ຮ່ວມກັບຜູ້ໃຫ້ທຶນ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທຶນເພີ່ມຕື່ມ

Posting Date: 
16 Jun 2021

ກອງປະຊຸມທາງໄກ ຮ່ວມກັບຜູ້ໃຫ້ທຶນ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທຶນເພີ່ມຕື່ມ

 

ທິມງານຂອງທະນາຄານໂລກ ຮ່ວມກັບຄະນະອໍານວຍການ ແລະ ທິມງານບໍລິຫານໂຄງການ ທລຍ ຈະໄດ້ຈັດກອງປະຊຸມ ທາງໄກ ໃນລະຫວ່າງວັນທີ 14-18 ມິຖຸນາ 2021 ເພື່ອເປັນການປຶກສາຫາລື, ທົບທວນຄືນ, ຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທຶນເພີ່ມຕື່ມ ໃນນັ້ນ ປະກອບມີຫຼາຍໜ້າວຽກທີ່ຕິດພັນເຊັ່ນ: ວຽກງານທາງດ້ານການຄຸ້ມຄອງບໍລິຫານ-ການເງິນ, ການຈັດຊື້-ຈັດຈ້າງ, ການຕິດຕາມ-ປະເມີນຜົນໂຄງການ, ວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ, ວຽກງານປົກປ້ອງຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ວຽກອື່ນໆທີ່ໄດ້ຕົກລົງເຫັນດີໃນເດືອນພະຈິກ 2020 ຜ່ານມາ.  ພ້ອມນີ້ກໍ ຈະລວມມີການປຶກສາຫາລືກ່ຽວກັບການແກ້ໄຂ ບັນຫາແຮງງານລາວທີ່ກັບຄືນສູ່ພູມລໍາເນົາ ແລະ ແຮງງານພາຍໃນປະເທດ ທີ່ຜູ້ປະກອບການໄດ້ຍຸດສັນຍາຮັບຈ້າງ ຊຶ່ງເຮັດໃຫ້ເຂົາເຈົ້າບໍ່ມີວຽກເຮັດງານທໍາເປັນຈໍານວນຫຼວງຫຼາຍ ຍ້ອນຖືກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ແລະ ເປັນການປຶກສາໜ້າວຽກອື່ນກ່ຽວກັບການນໍາຂອງກະຊວງທີ່ກ່ຽວຂ້ອງ ລວມທັງແຜນງານ ໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ (Convergence) ທີ່ເປັນໜຶ່ງໃນວຽກຫຼັກທີ່ເຮົາຕ້ອງເອົາໃຈໃສ່.