ກອງປະຊຸມປຶກສາຫາກ່ຽວກັບຂອບການຮ່ວມມືຂອງໂຄງການ ແຜນງານໜຶ່ງດຽວຫຼາຍຂະແໜງການມີສ່ວນຮ່ວມເພື່ອປັບປຸງໂພຊະນາການຢູ່ 4 ແຂວງພາກເໜືອ

Posting Date: 
26 Mar 2021

 

ໃນວັນທີ 26 ມີນາ 2021,  ກອງປະຊຸມແຜນງານໜຶ່ງດຽວຫຼາຍຂະແໜງການມີສ່ວນຮ່ວມເພື່ອປັບປຸງໂພຊະນາການຢູ່ 4 ແຂວງພາກເໜືອ  (ຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະ ຫົວພັນ) ໄດ້ຈັດຂຶ້ນທີ່ ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສືບຕໍ່ປຶກສາຫາລື ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງບັນດາໂຄງການທີ່ຈັດຕັ້ງປະຕິບັດວຽກໂພຊະນາການທີ່ຢູ່ໃນພື້ນທີ່ເປົ້າໝາຍດຽວກັນ ເປັນຕົ້ນວຽກຕິດຕາມ-ປະເມີນຜົນ, ວຽກຄຸ້ມຄອງລະບົບຖານຂໍ້ມູນ ແລະ ຕົວຊີ້ວັດຂອງໂຄງການ ລວມທັງການປະເມີນຜົນຂອງບ້ານ (Village Score Card) ໃຫ້ມີລັກສະນະຮູບແບບໃນການຈັດຕັ້ງປະຕິບັດດຽວກັນ ສາມາດເຊື່ອມໂຍງຂໍ້ມູນຫາກັນໄດ້. ກອງປະຊຸມດັ່ງກ່າວໄດ້ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ຊ່ຽວຊານ ແລະ ພະນັກງານທີ່ກ່ຽວຂ້ອງຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ. ກອງປະຊຸມໄດ້ເຫັນດີນໍາໃຊ້ແບບຟອມເພື່ອເກັບກໍາຂໍ້ມູນເບື້ອງຕົ້ນຂອງບ້ານທີ່ໄດ້ຮັບກິດຈະກໍາຂອງແຕ່ລະໂຄງການຢູ່ 4 ແຂວງ, ເຫັນດີທົບທວນຄືນ ແລະ ໃຫ້ຄໍາອະທິບາຍກ່ຽວກັບຕົວຊີ້ວັດໂຄງການ, ແລະ ໄດ້ເຫັນດັດແກ້ກ່ຽວກັບມາດຕະຖານໃນການປະເມີນຂັ້ນບ້ານທີ່ກິດຈະກໍາຂອງ ທລຍ (Village Score Card) ຈາກນັ້ນກອງປະຊຸມໄດ້ກະກຽມແຜນຮ່ວມມືກັນໃນຕໍ່ໜ້າຢ່າງມີຜົນສໍາເລັດ.

 

On 26 March 2021, the meeting between the Poverty Reduction Fund (PRF) and Ministry of Planning &Investment (MPI) about the nutrition convergence coordination was organized at PRFs office, this meeting focused on the Monitoring and Evaluation system, MIS, indicators of convergence project, and village score card. Some key points are agreed and proposed to use for data collection in 4 targeted provinces (Phongsaly. Oudomxay, Xiengkhounag, and Huaphanh), particularly, format for data gathering in village mapping, revising indicators with definition, adding some criteria for village score card, and road map for future cooperation.