ກອງປະຊຸມສະຫຼຸບວຽກເດືອນ 9-11/2020 ແລະ ວາງແຜນວຽກເດືອນ 12, ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ

Posting Date: 
02 Dec 2020

ກອງປະຊຸມສະຫຼຸບວຽກເດືອນ 9-11/2020 ແລະ ວາງແຜນວຽກເດືອນ 12,

ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ

 

ໃນຕອນບ່າຍຂອງວັນທີ 27 ພະຈິກ 2020 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ສະຫຼຸບວຽກເດືອນ 9-11/2020 ແລະ ວາງແຜນວຽກເດືອນ 12/2020 ພ້ອມທັງສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ໃຫ້ກຽດເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ພະນັກງານຫຼັກ ແຫຼ່ງຈາກກົມນິຕິກໍາ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ອະດິດການນໍາ ທລຍ ຕະຫຼອດຮອດພະນັກງານ ທລຍ ສູນກາງ ແລະ ທ້ອງຖິ່ນຢູ່ 10 ແຂວງ ເຂົ້າຮ່ວມທັງໝົດ 300 ກວ່າຄົນ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ນໍາໃຊ້ຮູບແບບລະບົບອອນລາຍ. ຈຸດປະສົງແມ່ນເພື່ອເປັນການທົບທວນຄືນບັນ ດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ນັບແຕ່ເດືອນ ກັນຍາ-ເດືອນພະຈິກ 2020 ພ້ອມທັງວາງແຜນວຽກປະຈໍາເດືອນທັນວາ 2020 ພິເສດເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ຈະມາເຖິງນີ້.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ກ່າວວ່າ: ໃນໄລຍະສາມເດືອນຜ່ານມາ ວຽກທີ່ພົ້ນເດັ່ນອັນທີ (1) ແມ່ນສໍາເລັດໃນການຄັດເລືອກ ແລະ ຈັດສົ່ງພະນັກງານຂັ້ນບ້ານ 100 ທ່ານ ລົງຮາກຖານ ພ້ອມທັງປະກອບອຸປະ ກອນການສື່ສານ(ເທບເລັດ) ຜູ້ລະໜ່ວຍ ແລະ ລົດຈັກຜູ້ລະຄັນ ລົງເຮັດວຽກປະຈໍາຢູ່ຮາກຖານບ້ານ ເພື່ອແກ້ໄຂນໍາພາປະຊາຊົນເຮັດກິດຈະກໍາຕ່າງໆທີ່ສາມາດສ້າງລາຍຮັບເພື່ອແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມໂພຊະນາການ ຢູ່ 4 ແຂວງພາກເໜືອ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) 12 ເມືອງ ແລະ ພ້ອມນີ້ກໍໄດ້ ສໍາເລັດໃນການຈັດຕັ້ງປະຕິບັດໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງຢູ່ 6 ແຂວງ ໂດຍບໍ່ໄດ້ຈ້າງຜູ້ຮັບເໝົາ, ໂດຍເອົາຊາວບ້ານທີ່ຜ່ານການຝຶກອົບຮົມພື້ນຖານເຕັກນິກການກໍ່ສ້າງມາຈັດຕັ້ງປະຕິບັດເອງ ໂດຍການຄັດເລືອກເອົານາຍຊ່າງຊຸມຊົນ 2 ຄົນໄປຝຶກອົບຮົມຢູ່ໂຮງຮຽນວິຊາຊີບແຂວງເປັນເວລາ 2 ທິດ ຈາກນັ້ນ ກັບມາເປັນນາຍຊ່າງນໍາພາຊຸມຊົນຈັດຕັ້ງປະຕິບັດໂຄງ ການຍ່ອຍ ປະກອບມີ ປະເພດໂຄງການຕ່າງໆເຊັ່ນ: ໂຄງການທຶນສົມທົບຂອງລັດຖະບານ ມີ 58 ໂຄງການ ສໍາເລັດແລ້ວ 23 ໂຄງການ, ໂຄງການທຶນສະໜັບສະໜູນຈາກອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ 178 ໂຄງການສໍາເລັດແລ້ວ 13 ໂຄງການ. ນອກຈາກນັ້ນ ປະກອບມີກຸ່ມບົວລະບົດຮັກສາທາງ ສໍາລັບຄອບຄົວທີ່ທຸກຍາກທີ່ສຸດ 68 ກຸ່ມ ຊຶ່ງໄດ້ຈ່າຍຄ່າຕອບແທນແຮງງານໃຫ້ກຸ່ມດັ່ງກ່າວແລ້ວໃນໄລຍະຜ່ານມາ 760 ລ້ານກວ່າກີບ. ສໍາລັບໃນເດືອນທັນວາ 2020 ແມ່ນຈະສູ້ຊົນໃຫ້ບັນດາໂຄງການຕ່າງໆທີ່ຍັງບໍ່ທັນສໍາເລັດໃຫ້ແລ້ວຫຼາຍເທົ່າທີ່ຈະຫຼາຍໄດ້ ແຕ່ຖ້າບໍ່ແລ້ວແມ່ນຈະໄດ້ແກ່ຍາວໄປເຖິງເດືອນມີນາ 2021 ແມ່ນໃຫ້ສໍາເລັດໝົດທຸກໂຄງການ.