ກອງປະຊຸມ ປຶກສາຫາລື ການກະກຽມສະຫຼຸບຜົນງານ ແລະ ການສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກ ປີ 2021-2030 ຢູ່ 2 ແຂວງພາກເໜືອ

Posting Date: 
27 Feb 2021

  ກອງປະຊຸມ ປຶກສາຫາລື ການກະກຽມສະຫຼຸບຜົນງານ ແລະ ການສ້າງແຜນຍຸດທະສາດແຫ່ງຊາດ

ດ້ານການຫຼຸດຜ່ອນຄວາມທຸກຍາກ ປີ 2021-2030 ຢູ່ 2 ແຂວງພາກເໜືອ

 

ໃນລະຫວ່າງວັນທີ 22-23 ກຸມພາ 2021 ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ພ້ອມດ້ວຍຄະນະ ແລະ ທ່ານ ສົມຫວັງ ພິມມາສອນ ຮອງຫົວໜ້າຫ້ອງການ, ພ້ອມດ້ວຍຄະນະພະແນກຈາກກົມກວດກາ, ກົມແຜນການ ແລະ ການເງິນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ມີຫົວໜ້າຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເຂົ້າຮ່ວມກອງປະຊຸມປຶກສາຫາລື ກະກຽມສະຫຼຸບຜົນງານ ການຈັດຕັ້ງປະຕິບັດວຽກງານ ທລຍ ຢູ່ແຂວງຫຼວງພະບາງໄລຍະ 8 ປີ ແລະ ແຂວງຫຼວງນໍ້າທາ ໄລຍະ 12 ປີ ໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ພ້ອມທັງສ້າງແຜນລະດົມທຶນ ແຕ່ປີ 2021-2030 ຂອງທັງສອງແຂວງ ໂດຍໄດ້ປຶກສາຫາລືກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາໂຄງການທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ແລະ ການສືບຕໍ່ສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກ ເພື່ອລະດົມທຶນໃນຕໍ່ໜ້າ.  ກອງປະຊຸມ ໄດ້ໃຫ້ກຽດ ເປັນປະທານໂດຍ ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຕ່ລະແຂວງ ໃນນັ້ນ ຍັງມີຄະນະພະແນກຂອງແຕ່ລະແຂວງເຂົ້າຮ່ວມຕຶ່ມອີກ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ກ່ຽວກັບຂັ້ນຕອນການກະກຽມສະຫຼຸບ ລາຍງານການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ (NGPES) ໃນປີ 2000-2020, ຜົນງານ ການຈັດຕັ້ງປະຕິບັດໂຄງການ ທລຍ ໃນໄລຍະຜ່ານມາຢູ່ ສອງແຂວງດັ່ງກ່າວ.

ໃນກອງປະຊຸມ ທ່ານ ຈິດ ທະວີໃສ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສະເໜີຈຸດປະສົງຂອງການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ (NGEPES) ແລະ ການສະຫຼຸບຜົນງານຂອງແຕ່ລະແຂວງໃນໄລຍະຜ່ານມາ, ສະເໜີໃຫ້ອົງການປົກຄອງຂັ້ນທ້ອງຖິ່ນໃຫ້ການສືບຕໍ່ປົກປັກຮັກສາ ແລະ ຄຸ້ມຄອງໂຄງການ ທີ່ ທລຍ ໄດ້ໃຫ້ການຊ່ວຍເຫຼືອຜ່ານມາ, ລວມທັງປຶກສາຫາລື ຂໍທິດຊີ້ນໍາ ກ່ຽວກັບການສືບຕໍ່ສ້າງແຜນຍຸດທະສາດແຫ່ງຊາດ ເພືອນໍາໃຊ້ເຂົ້າໃນການລະດົມທຶນ ແຕ່ປີ 2021-2030 ຈາກການນໍາແຂວງ ທີ່ສັງກັດໃນຄະນະສະພາບໍລິຫານ ກໍຄືຜູ້ຊີ້ນໍາວຽກງານກອງທຶນລຸດຜ່ອນຄວາມທຸກຍາກຂັ້ນແຂວງຕຶ່ມ;

ຈາກນັ້ນ ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຕ່ລະແຂວງ ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈສະພາບເສດຖະກິດສັງຄົມ ແລະ ແຜນພັດທະນາລຶບລ້າງຄວາມ ທຸກຍາກ ຕາມດຳລັດ 348/ລບ, ການຈັດລຽງລຳດັບຄວາມຕ້ອງການຂອງການພັດທະນາ ທີ່ເລັງໃສ່ການສົ່ງເສີມການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບົນດາເຜົ່າໃນຂົງເຂດ ແລະ ການພັດທະນາບັນດາເມືອງທຸກຍາກ ພາຍໃນແຂວງຂອງຕົນ, ນອກຈາກນີ້ ແຕ່ລະແຂວງ ຍັງໄດ້ໃຫ້ຄວາມກະຈ່າງແຈ້ງລົງເລິກການພັດທະນາບັນດາຈຸດສຸມບູລິມະສິດ ເລັ່ງໃສ່ແກ້ໄຂຄວາມທຸກຍາກຂອງລັດຖະບານ ໃນການເຂົ້າເຖິງໂຄງລ່າງພື້ນຖານຂອງປະຊາຊົນໃນຊົນນະບົດ,​ແບບແຜນວິທີການທໍາມາຫາກິນ ແລະ ການສ້າງລາຍຮັບ ເພື່ອເຮັດໃຫ້ຊ່ອງຫວ່າງໄລຍະຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນະບົດຍັບເຂົ້າຫາກັນ.

ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ກອງປະຊຸມໄດ້ປືກສາຫາລືກັນຫຼາຍດ້ານ  ກ່ຽວກັບຂະບວນການ ຂັ້ນຕອນການລາຍງານຜົນໄດ້ຮັບໃນໄລຍະຜ່ານມາ ດ້ານວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງແຕ່ລະແຂວງ, ຂະບວນການຄຸ້ມຄອງນຳໃຊ້ໂຄງການ, ການສືບຕໍ່ປົກປັກຮັກສາ ຈາກຫ້ອງການກ່ຽວຂ້ອງຕ່າງໆ ໂດຍເນັ້ນໝັກໃສ່ຄວາມຍືນຍົງຂອງໂຄງການ ແລະ ການນຳໃຊ້ໂຄງການຂອງຊຸມຊົນໄລຍະຍາວ. ພ້ອມດຽວກັນນີ້ ຍັງໄດ້ປືກສາຫາລືກັນ ເຖິງທິດທາງແຜນການ ໃນການລະດົມທຶນໃນຕໍ່ໜ້າ ເພື່ອສຶບຕໍ່ແກ້ໄຂຄວາມທຸກຍາກ ໂດຍອີງຕາມດຳລັດເລກທີ 348/ລບ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດແຜນຍຸດທະສາດພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດຢູ່ພາຍໃນແຂວງຂອງຕົນ. ສຸດທ້າຍຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີຂໍ້ສະຫຼຸບ ແລະ ຕົກລົງເປັນເອກະພາບດັ່ງນີ້:

-    

ໃຫ້ມີການຍ້ອງຍໍສັນລະເສີນຜົນງານນັບແຕ່ໂຄງການ ທລຍ ໃຫ້ການສະໜັບສະໜູນ ໃຫ້ອໍານາດປົກຄອງບ້ານ, ຂະແໜງ ການທີ່ກຽວຂ້ອງ ແລະ ບຸກຄົນທີ່ດີເດັ່ນ, ຜູ້ໃຫ້ທຶນທີ່ປະກອບສ່ວນເຂົ້າໃນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ;

-    

ສືບຕໍ່ສ້າງແຜນລະດົມທຶນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ ໃນໄລຍະ ປີ 2021-2030 ຂຽນບົດສະ         ເໜີໂຄງການ ເພື່ອສືບຕໍ່ນໍາສະເໜີຕໍ່ລັດຖະບານ ແລະ ອົງການຜູ້ໃຫ້ທຶນສາກົນ;

-    

ລະດົມທຶນຈາກພາກສ່ວນເອກະຊົນພາຍໃນແຂວງ ເພື່ອສືບຕໍ່ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ;

-       

ລະດົມເຫື່ອແຮງ ແລະ ແນວຄວາມຄິດຂອງພະນັກງານ ເພື່ອສົ່ງເສີມຄວາມຮູ້, ຄວາມສາມາດໃຫ້ປະຊາຊົນບັນດາ ເຜົ່າມີລະດັບດີຂຶ້ນ, ມີການພັດທະນາແບບເຄິ່ງວິທະຍາສາດ ແລະ ທໍາມະຊາດແບບຖືກຕ້ອງ;

-       

ສ້າງຊຸມຊົນທີ່ມີທ່າແຮງດ້ານການພັດທະນາຈາກກຸ່ມການຜະລິດ ກາຍເປັນສະຫະກອນ ເພື່ອຍາດແຍ່ງການເຂົ້າເຖິງແຫຼ່ງທຶນ ເຊັ່ນ:​ ທະນາຄານນະໂຍບາຍ,​ ທະນາຄານສົ່ງເສີມກະສິກໍາອຶ່ນໆ....

 

ພາຍຫຼັງໄດ້ສໍາເລັດກອງປະຊຸມກະກຽມສະຫຼຸບຜົນງານ ທລຍ ຂອງແຕ່ລະແຂວງ ຄະນະຜູ້ແທນໄດ້ເຂົ້າພົບລາຍງານການນໍາໃນແຕ່ລະແຂວງເປັນຕົ້ນ ທ່ານ ຮອງເຈົ້າແຂວງ, ຊຶ່ງເຫັນວ່າ ການນໍາແຕ່ລະແຂວງ ມີຄໍາເຫັນຊີ້ນໍາເປັນສຽງດຽວກັນຄື:

1.ບໍ່ເຫັນດີໃຫ້ຖອນໂຄງການ ທລຍ ອອກຈາກແຂວງຂອງຕົນໃນໄລຍະນີ້ເທື່ອ ແລະ ຍັງຂໍໃຫ້ລັດຖະບານ ຈັດຫາຫາແຫຼ່ງທຶນມາສະໜັບສະໜູນ ທລຍ ເພາະເປັນໂຄງການທີ່ສາມາດເຂົ້າເຖິງຊຸມຊົນຜູ້ທຸກຍາກ ແລະ ມີປະສິດທິຜົນໃນການແກ້ໄຂຄວາມ
ທຸກຍາກໄດ້ດີພໍສົມຄວນ;

2. ການນໍາແຕ່ລະແຂວງ ຈະເຊີນພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ເພື່ອມາຮ່ວມມືກັນເຮັດບົດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະຫຼາຍປີຜ່ານມາ, ຫຼັງຈາກນັ້ນ ກໍ່ຈະສືບຕໍ່ສ້າງແຜນຍຸດທະສາດ ເພື່ອສະເໜີຄວາມຕ້ອງການ ແລະ ງົບປະມານຂອງແຕ່ລະຂະແໜງການ ແຕ່ປີ 2021-2030;

3. ເຫັນດີ ໃຫ້ຈັດກອງປະຊຸມສະພາບໍລິຫານ ທລຍ ຫຼື ຈັດກອງປະຊຸມໂຕະມົນຮ່ວມກັບທຸກຂະແໜງການທີ່ກຽວຂ້ອງ ແລະ ຜູ້ໃຫ້ທຶນ ກໍຄືການເງິນສາກົນ ເພື່ອປຶກສາຫາລືການສະໜອງທຶນ ໃຫ້ໂຄງການ ທລຍ ໄດ້ສືບຕໍ່ໂຄງການ ຈົນກວ່າປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແຜນຍຸດທະສາດຂອງລັດຖະບານວາງອອກ.