ກອງປະຊຸມ ຜັນຂະຫຍາຍດໍາລັດ 414 ວ່າດ້ວຍການພັດທະນາ ແຂວງໄຊສົມບູນ

Posting Date: 
13 Feb 2020

ກອງປະຊຸມ ຜັນຂະຫຍາຍດໍາລັດ 414 ວ່າດ້ວຍການພັດທະນາ ແຂວງໄຊສົມບູນ

 

ໃນວັນທີ 13 ກຸມພາ 2020 ໄດ້ຈັດກອງປະຊຸມ ຜັນຂະຫຍາຍດໍາລັດ 414 ວ່າດ້ວຍການພັດທະນາ ແຂວງໄຊສົມບູນ ກໍ່ຄືເນື້ອໃນຈິດໃຈຂອງກອງປະຊຸມເຜີຍແຜ່ ດໍາລັດດັ່ງກ່າວ ທີ່ຈັດຂຶ້ນ ຢູ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ໂດຍການເປັນປະທານ ທ່ານ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ໂດຍການເຂົ້າຮ່ວມຂອງບັນດາ ຫົວໜ້າກົມ, ຜູ້ອໍານວຍການ, ຮອງກົມ, ພະນັກງານຫຼັກແຫຼ່ງ ແລະ ວິຊາການ ຈາກກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ, ກົມກໍ່ສ້າງຮາກຖານ ແລະ ຄຸ້ມຄອງສໍາມະໂນຄົວ, ກະຊວງ ປກສ, ກົມທ້ອງຖິ່ນຮາກຖານ, ຫ້ອງວ່າການສູນກາງພັກ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸ່ງແຕ່ງກະສິກໍາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້,  ກົມບໍລິການ, ທະນາຄານແຫ່ງ ສປປ ລາວ, ທະນາຄານນະໂຍບາຍ, ພ້ອມດ້ວຍ ກອງເລຂາ ຄະນະຮັບຜິດຊອບ ວຽກພັດທະນາແຂວງໄຊສົມບູນ ຈໍານວນ 30 ກວ່າທ່ານ, ຍິງ 2 ທ່ານ.

ທ່ານ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ກຽດກ່າວເປີດ ແລະ ຈຸດປະສົງຂອງກອງປະຊຸມ: ເພື່ອຈັດຕັ້ງປະຕິບັດ ການແກ້ໄຂຄວາມທຸກຍາກ ໂດຍໃຊ້ສິນເຊື່ອ 4 ຮ່ວມ ແລະ ເຜີຍແຜ່ເນື້ອໃນຫຍໍ້ ຂອງດໍາລັດ 414/ລບ.

 ຈາກນັ້ນ ຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ, ຜູ້ອໍານວຍການ ທະນາຄານນະໂຍບາຍ, ຕາງໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ຕາງໜ້າກົມສົ່ງເສີມເຕັກນິກ ສົ່ງເສີມກະສິກໍາ ໄດ້ສະເໜີກ່ຽວກັບ ຮ່າງແຜນດໍາເນີນງານ, ແນວຄວາມຄິດ, ວິທິການ ແລະ ຄາດ    ໝາຍສູ້ຊົນ ໃນການສຸ່ມໃສ່ແກ້ໄຂຄວາມທຸກຍາກ ຢູ່ແຂວງໄຊສົມບູນ ໂດຍສະເພາະແມ່ນ ບັນດາຈຸດສຸມ ບູລິມະສິດຂອງລັດຖະບານ ໂດຍໄດ້ຜັນຂະຫຍາຍບົດຮຽນ ກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ຢູ່ 7 ເມືອງ ຂອງແຂວງສະຫວັນນະເຂດ ແລະ ຫົວພັນເປັນເວລາ 8 ປີ. ນອກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ ປະກອບຄວາມເຫັນເຈາະຈີ້ມ ປຶກສາສໍາມະນາ ສະພາບການພັດທະນາ ກໍ່ຄືການແກ້ໄຂຄວາມທຸກຍາກ ທ່າແຮງ ແລະ ທິດທາງໃນການພັດທະນາ ແຂວງໄຊສົມບູນໃນຕໍ່ໜ້າ.

ກອງປະຊຸມໄດ້ຕົກລົງເຫັນດີ ໃນວຽກຈຸມສຸ່ມສະເພາະໜ້າດັ່ງນີ້:

1.    ມອບໃຫ້ ກົມພັດທະນາຊົນນະບົດ ກົມສົ່ງເສີມ ແລະ ປຸ່ງແຕ່ງກະສິກໍາ, ກົມທະນາຄານນະໂຍບາຍ ໂດຍແມ່ນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນການປະສານສົມທົບ ພາຍໃຕ້ການຊີ້ນໍາຂອງ ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ທີ່ນອນໃນຄະນະຊີ້ນໍາ ການພັດທະນາ ແຂວງໄຊສົມບູນ.

2.   ປະສານສົມທົບກັບກະຊວງການຄ້າ ໃນການຂໍທິດທາງເພື່ອຊ່ວຍເຫຼືອກິດຈະກໍາສ້າງລາຍຮັບຂອງຊຸມຊົນ