ການກະກຽມຜັນຂະຫຍາຍຕົວແບບຂອງກຸ່ມ ກຊກ ພາຍໃຕ້ກອງທຶນຫຼຸດຜ່ອນຄວາມທຸກຍາກ

Posting Date: 
20 Sep 2019

ການກະກຽມຜັນຂະຫຍາຍຕົວແບບຂອງກຸ່ມ ກຊກ ພາຍໃຕ້ກອງທຶນຫຼຸດຜ່ອນຄວາມທຸກຍາກ

ເພື່ອເປັນການຜັນຂະຫຍາຍ ມອບຮັບ ແລະ ແບ່ງພາລະບົດບາດ ແລະ ໜ້າທີ່ນັບຜິດຊອບ ກ່ຽວກັບ ຕົວແບບ ກຸ່ມ ກຊກ ພາຍໃຕ້ ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ຢູ່ 3 ເມືອງຂອງແຂວງສະຫວັນນະເຂດ ເຊັ່ນ:  ເມືອງນອງ, ເມືອງເຊໂປນ ແລະ ເມືອງທ່າປາງທອງ ທີ່ ນອນຢູ່ໃນໂຄງການທົດລອງ ດ້ານການປັບປຸງຊີວິດການເປັນ ຢູ່ເຊື່ອມສານກັບໂພຊະນາການ ຂອງ ທລຍ ໃນການແກ້ໄຂຄວາມທຸກຍາກໃຫ້ແກ່ຊຸມຊົນໃນເມືອງດັ່ງກ່າວ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ທ້າຍປີ 2012 ຈົນມາຮອດປະຈຸບັນ.

ຮູບແບບການສ້າງຕັ້ງກຸ່ມ ກຊກ ແມ່ນໃຫ້ບຸລິມາສິດແກ່ ຄອບຄົວທຸກຍາກ ທີ່ຢູ່ໃນບ້ານເປົ້າໝາຍທຸກຍາກ ຂອງ ທລຍ. ການທີ່ຊຸມຊົນຈະເຂົ້າມາເປັນສະມາຊິກ ກຊກ ນັ້ນ ຈະຕ້ອງມາຈາກ ຄວາມສະໝັກໃຈ ຂອງຊຸມຊົນ, ສ່ວນຈໍານວນ ສະມາຊິກກຸ່ມ ແມ່ນ ປະມານ 8-12 ຄົນ ຕໍ່ກຸ່ມ.

 ຈຸດປະສົງຂອງການສ້າງຕັ້ງ ກຊກ ແມ່ນ ເພື່ອສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ຊຸມຊົນໄດ້ແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ, ທ້ອນເງິນຮ່ວມກັນ ສ້າງປະສົບການຕົວຈິງ ຊອກຫາທາງອອກທີ່ເຫັນວ່າເໝາະສົມສໍາລັບຄອບຄົວຂອງຕົນຮ່ວມກັບສະມາຊິກຜູ້ອຶ່ນໆ, ໂດຍສະເພາະແມ່ນ ການປູກ, ການລ້ຽງ ແລະ ອຶ່ນໆ ທີ່ເຫັນວ່າຕົນເອງມີທ່າແຮງ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ສ້າງລາຍຮັບໃຫ້ກັບ ຄອບຄົວ ສໍາລັບ ບໍລິໂພກພາຍໃນຄອບຄົວ ແລະ ເອົາໄປຂາຍ. ສ່ວນຮູບແບບໃນການ ສົ່ງ ເສີມໃຫ້ເຂົາເຈົ້າທ້ອນເງິນນັ້ນ ແມ່ນຊຸມຊົນຈະຕັດສິນໃຈດ້ວຍຕົນເອງ ໂດຍອິງໃສ່ ຄວາມສາມາດທີ່ເຂົາເຈົ້າຈະຫາມາທ້ອນຮ່ວມກັບກຸ່ມໄດ້.

ໃນວັນທີ 18 ກັນຍາ 2019 ທລຍ ຈຶ່ງໄດ້ຈັດ ສໍາມະນາຜ່ານຮ່າງພາລະບົດບາດຂອງພາກສ່ວນທີ່ກ່ຽວຂ້ອງກັບ ການຈັດຕັ້ງກຸ່ມ ໃນໄລຍະຜ່ານມາ, ການສະໜອງຄວາມຮູ້ດ້ານວິຊາການ ແລະ ສະໜອງສິນເຊື່ອ ເພື່ອແກ້ໄຂຄວາມທຸກຍາກ ນີ້ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄໍາບຸນນັດ ໄຊຍະນົນ, ຮອງລັດຖະ ມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງ, ທະນາຄານນະໂຍບາຍ ແລະ ພະນັກງານ ທລຍ ຈໍານວນທັງໝົດ 27 ທ່ານ, ຍິງ 9 ທ່ານ.

      ທີ່ປະຊຸມ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ນໍາສະເໜີຜົນການຈັດຕັ້ງປະຕິບັດວຽກງານກ່ຽວກັບກຸ່ມ ກຊກ ໃນໄລຍະຜ່ານມາ:ທລຍ ໄດ້ສະໜັບສະໜູນ ກຸ່ມ ກຊກ ເປັນເວລາ 8 ປີແລ້ວ ຢູ່ໃນ 3 ເມືອງດັ່ງກ່າວເຊິ່ງເຫັນໄດ້ວ່າກຸ່ມ ກຊກ ຕ່າງໆໄດ້ມີຄວາມເຂັ້ມແຂງຫຼາຍດ້ານເຊັ່ນ: ມີແນວຄວາມຄິດໃນການ ຄຸ້ມຄອງ-ບໍລິຫານກອງທຶນພັດທະນາບ້ານທີ່ຖືກຕ້ອງຕາມຫຼັກການຂອງ ກຸ່ມ ກຊກ, ມີແນວຄວາມຄິດໃນປະກອບກິດຈະກໍາທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ, ຮູ້ເຮັດຮູ້ສ້າງ, ຮູ້ຈັກທ້ອນເງິນ, ຮູ້ໃຊ້ເງິນທີ່ຢືມມາເຮັດການຜະລິດ, ຮູ້ຈັກຄ້າຂາຍ, ຮູ້ຈັກເກັບຊື້ ແລະ ວ່າຈ້າງ, ຮູ້ຈັກການປຸງແຕ່ງເພີ່ມມູນຄ່າຜະລິດຕະພັນ ແລະ ພິ ເສດ ຮູ້ຈັກຈັດຕັ້ງ, ຄຸ້ມຄອງເງິນ ແລະ ສະມາຊິກໃນກຸ່ມເອົາເອງ.

ຈາກນັ້ນ  ຕາງໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ທະນາຄານນະໂຍບາຍກໍໄດ້ ນໍາສະເໜີພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນ ກ່ຽວກັບວຽກງານດັ່ງກ່າວ. ພອ້ມນັ້ນ ກໍໄດ້ປຶກສາຫາລື ສ້າງຄວາມເຂົ້າໃຈໃນພາລະບົດບາດ ໜ້າທີ່ຂອງແຕ່ລະພາກສ່ວນ ເພື່ອສຶບຕໍ່ຮ່ວມມືກັນເຊື່ອມສານນະໂຍບາຍຊຸກຍູ້ກຸ່ມ ກຊກ ຢູ່ 3 ເມືອງ ແຂວງສະຫວັນນະເຂດ ພາຍຫຼັງ ທລຍ ມອບໃຫ້ທາງເມືອງ ແລະ ແຂວງສຶບຕໍ່ຄຸ້ມຄອງໃນຕໍ່ໜ້າ, ຊຶ່ງອິງຕາມແຜນຈັດຕັ້ງປະຕິ ບັດໂຄງການປະຈໍາປີ ຂອງ ທລຍ ແມ່ນຈະໄດ້ຈັດກອງປະຊຸມ ມອບຄວາມຮັບຜິດຊອບໃຫ້ຂະແໜງກະສິກໍາ ແຂວງ, ເມືອງ ສົມທົບກັບທະນາຄານນະໂຍບາຍໃນທ້າຍປີ 2019 ນີ້.

ເນື່ອງຈາກຜ່ານການຈັດຕັ້ງປະຕິບັດກຸ່ມ ກຊກ ຕາມຮູບແບບຂອງ ທລຍ ນີ້ ເຫັນວ່າຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ແລະ ມີຄວາມຍືນຍົງ, ເຮັດໃຫ້ຊາວຊົນນະບົດກໍ່ຄືຊາວກະສິກອນ ຜູ້ທຸກຍາກ ເປັນເຈົ້າການ ຕື່ນຕົວສະໝັກໃຈ ຕາມທິດເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ພັກ-ລັດຖະບານວາງອອກ ຊຶ່ງມາຮອດປະຈຸບັນກຸ່ມ ກຊກ ໄດ້ມີຄວາມເຂັ້ມແຂງໃນລະດັບທີ່ແນ່ນອນແລ້ວ. ດ່ັງນັ້ນ ທລຍ ພ້ອມດ້ວຍບັນດາກົມ ທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານນະໂຍບາຍ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ມີແຜນການຜັນຂະ ຫຍາຍຜົນຂອງການທົດລອງໂຄງການດັ່ງກ່າວ ດ້ວຍການມອບໃຫ້ຂະແໜງການທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບ ພາຍໃຕ້ການປະສານງານຂອງອົງການປົກຄອງເມືອງ ທີ່ມີຂະແໜງກະສິກໍາເປັນໃຈກາງສຶບຕໍ່ຄຸ້ມຄອງ ຊຶ່ງໄດ້ກໍານົດເອົາ 4 ບ້ານເປັນຈຸດທົດລອງຄື: ບ້ານແກ້ງກວີ, ບ້ານລະໂກ ເມືອງເຊໂປນ; ບ້ານຕັງອາໄລ ເມືອງນອງ; ບ້ານພູມະລີ ເມືອງທ່າປາງທອງ

ພາຍຫລັງສໍາເລັດ ການປຶກສາຫາລື ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນແລ້ວ ທ່ານ ປະທານກອງປະຊຸມ ກໍໄດ້ໃຫ້ທິດຊີ້ນໍາ ແກ່ຜູ້ເຂົ້າຮ່ວມ ໂດຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປະສານສົມທົບຮ່ວມມືກັນລົງເຮັດວຽກຢູ່ພື້ນທີ່ເປົ້າໝາຍ ເພື່ອເກັບກໍາຂໍ້ມູນລະອຽດ ພາຍໃນ ຕົ້ນເດືອນ ຕຸລາ 2019 ຈາກນັ້ນຈຶ່ງຈັດກອງປະຊຸມ ຢູ່ສູນກາງ ເພື່ອຮ່າງນິຕິກໍາ ດ້ານການ ຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ວຽກງານດັ່ງໄດ້ຮັບຜົນສໍາເລັດ ຢ່າງເປັນຮູບປະທໍາ

The Preparation an Expansion of the Self-help Groups Model under Poverty Reduction Fund

In order to expansion, hand-over and divide the role and responsibility of the Self-help Groups (SHGs) model under the supported by the Poverty Reduction Fund (PRF) at three districts of Savannakhet Province such as Nong , Sepon and Thapangthong districts  which is are a part of  a livelihood link nutrition  pilot project  of PRF in addressing  to the poverty for the  community in the districts as mentioned above, this project which launched to implement in late of 2012 up to present.

The approach of SHGs formation is to priorities for poor families in the target villages of the PRF project.  Regarding the community who will be a member of SHG must be from the community’s voluntary, the member of SHG is about 8-12 people per group.

The purpose of SHGs formation is to create conditions and opportunities for the community to share lessons together, save money together, create a real experience through finding a solution that is suitable for owner family with other members, especially cultivation, animal raising, other activities that is a potential to improve the living condition, and can be generating income to family for consuming in family as well as products could be sold.  For the approaches to promote community in saving money is the community makes decisions by themselves which is  based on their ability income for saving together with other members of groups.

       On September 18, 2019, the PRF organized the seminar on reviewing the draft of the role of the concerned parties who are formulated Groups in the past, providing technical knowledge and credit to addressing poverty.  The seminar is chaired by Mr. Khambounnath Xayyanon, vice minister of agriculture and forestry, the participant of this seminar are the representatives of  Rural Development and Cooperatives Department,  Technical Promotion and Processing Department, Nayoby Bank and PRF staffs with the total of 27 participants,  09 participants are females.

           At the meeting, Mr. Chit Thavisay, Executive Director of PRF presented the result of SHG’s implementation in the past that “PRF has supported SHGs for 8 years in three districts, it is seen that SHGs have various strength such as having a concept of administration and management of the village development fund followed by SHG’s rule, having a concept of implementing activities that enable to generate incomes for families to deal with poverty, know how to take action creatively, save money,  develop the loan for goods producing, trading, collecting the money and hiring and also know to processing for valuation added products and especially know how to organize, manage the money and the members in the group”

 

Then, representatives of the Department of Rural Development and Cooperatives, Department of Technical Promotion and Agricultural Processing, NAYOBY Bank presented its role and responsibilities in this regard as well as consulting to understand the role of each party to continue cooperation to harmonize policies to support SHGs at three districts in Savannakhet Province after the PRF hand-over the project to district and Province governance agency to continue implementing in the future which based on the Project Annual Implementation Plan of PRF will be organizing the meeting on hand-over the SHGs to Agricultural Sectors at Provincial and district levels in combination with the NAYOBY Bank in late 2019.

Due to “through the implementation of the SHGs by the PRF, it is seen that the living condition of the villagers have been improved and sustainable, enabling rural farmers as well as poor farmers to become ownership , voluntary followed by the direction of self-sufficiency, enable to build capacity by themselves as the Government’s plan. Up to present, SHGs have capacity at a certain level. Therefore, PRF together with the relevant Departments of Ministry of Agriculture and Forestry, NAYOBY Bank, Bank of Laos have a plan for expanding the result of the pilot project by assigning the concerned sectors to take responsibility under the coordination of the district governance agency which has the Agricultural sector as a central part to manage which identified four villages for pilot such as Kaengkii village, Lakoh village  at Sepon district, Tang-alai village at Nong district and Phoumaly village  at Thapangthong district.

After the completion of the consultation on exchange of lessons, the Chaired man also directed the participants in all parties to continue to co-operate for coordination with work in the target areas to collect detailed data by the beginning of October 2019 and then hold a meeting at Central level to draft the Legislation on actual implementation which makes work successful. Getting the result of dealing with poverty in the areas concrete