ຄະນະອໍານວຍການ ທລຍ ປະຊຸມຮ່ວມກັບ ຂະແໜງຕິດຕາມ-ປະເມີນຜົນ

Posting Date: 
07 Jun 2021

ຄະນະອໍານວຍການ ທລຍ ປະຊຸມຮ່ວມກັບ ຂະແໜງຕິດຕາມ-ປະເມີນຜົນ

ໃນວັນທີ 4 ມິຖຸນາ 2021 ຜ່ານມາ, ກອງປະຊຸມທາງໄກ ລະຫວ່າງຄະນະອໍານວຍການ ທລຍ ຮ່ວມກັບຂະແໜງຕິດຕາມ-ປະເມີນຜົນ ໄດ້ຈັດຂຶ້ນ ເພື່ອທົບທວນຄືນວຽກງານດັ່ງກ່າວໃນໄລຍະຜ່ານມາ ແລະ ວາງແຜນວຽກໃນເດືອນມິຖຸນາ ກໍຄືການປັບປຸງລະບົບຖານຂໍ້ມູນຂອງ ທລຍ ໃຫ້ມີຄວາມຮັດກຸມ ແລະ ຄົບຖ້ວນ ຊັດເຈນຫຼາຍກວ່າເກົ່າ, ໂດຍສະເພາະລະບົບຂໍ້ມູນທາງດ້ານວຽກງານປັບປຸງຊີວິດການເປັນຢູ່, ວຽກງານສົ່ງເສີມໂພຊະນາການ, ວຽກງານວິສະວະກໍາຊຸມຊົນ, ວຽກງານທາງດ້ານການຄຸ້ມຄອງບໍລິຫານ-ການເງິນຂອງໂຄງການ  ໃຫ້ມີຂໍ້ມູນຄົບຖ້ວນ, ສາມາດຕິດ ຕາມ-ກວດກາໄດ້, ເຂົ້າເຖິງໄດ້ງ່າຍ, ວ່ອງໄວ ແລະ ມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ ທັງເປັນຂໍ້ມູນ ເບື້ອງຕົ້ນໃນການປຶກສາຫາລືກັບທິມງານທະນາຄານໂລກ ທີ່ຈະມາຮ່ວມເຮັດວຽກໃນມໍ່ໆນີ້ ໃຫ້ສາມາດຕີລາຄາຜົນຂອງການຈັດຕັ້ງປະຕິບັດຜ່ານລະບົບຖານຂໍ້ມູນແບບອອນລາຍ ແລະ ຮັບປະກັນວ່າປະຊາຊົນໃນພື້ນທີ່ເປົ້າໝາຍ ຈະໄດ້ຮັບຜົນປະໂຫຍດຈາກການຈັດປະຕິປະບັດວຽກງານ ທລຍ ຢ່າງແທ້ຈິງ.