ຊີວິດການເປັນຢູ່ຂອງປະຊາຊົນບ້ານດາກສຽງອາ ໄດ້ຮັບການປັບປຸງດີຂື້ນ ຫຼັງໄດ້ຊົມໃຊ້ຊົນລະປະທານ

Posting Date: 
14 Aug 2019

ຊີວິດການເປັນຢູ່ຂອງປະຊາຊົນບ້ານດາກສຽງອາ

ໄດ້ຮັບການປັບປຸງດີຂື້ນ ຫຼັງໄດ້ຊົມໃຊ້ຊົນລະປະທານ

  

       ບ້ານດາກສຽງອາ ກຸ່ມບ້ານສຽງໃໝ່ ເມືອງດາກຈຶ່ງ ແຂວງເຊກອງ, ເປັນບ້ານທຸກຍາກຕັ້ງຢູ່ຫ່າງຈາກເມືອງປະມານ 30 ກິໂລແມັດ,​ ມີພົນລະເມືອງທັງໝົດ 711 ຄົນ, ຍິງ 369 ຄົນ ມີສອງເຜົ່າຄື: ຕະຫຼຽ່ງ 60%, ກະຕູ 40% ຖືອາຊີບເຮັດໄຮ່ແລະເຮັດສວນ. ໃນໄລຍະຜ່ານມາບັນຫາຫຍຸ້ງຍາກຫຼາຍກວ່າໝູ່ແມ່ນຂາດເຂົ້າກິນ 3-6 ເດືອນ, ຊຶ່ງແຕ່ກອ່ນຊື້ມາຈາກເມືອງຊານໄຊ ແຂວງອັດຕະປື ແລະ ຈາກເມືອງລະມ່າມເທດສະບານແຂວງເຊກອງ.ໃນເດືອນ ກັນຍາ ປີ 2016 ທລຍ ໄດ້ໃຫ້ການສະໜັບສະໜູນໂຄງການກໍ່ສ້າງຊົນລະປະທານ ໂດຍປະຊາຊົນເປັນເຈົ້າການ ນັບແຕ່ການຈັດຊື້ຈັດຈ້າງ, ຈັດຕັ້ງປະຕິບັດ ໂດຍຊາວບ້ານໄດ້ຈັດຕັ້ງທິມງານກວດກາການກໍ່ສ້າງເພື່ອໃຫ້ໂຄງ ການມີຄຸນນະພາບ. ນອກນັ້ນ, ຍັງປະສານງານກັບຫ້ອງການກະສິກໍາເມືອງມາຊ່ວຍຕິດຕາມ ຈຶ່ງເຮັດໃຫ້ໂຄງການມີຄຸນະະພາບ ແລະ ສໍາເລັດຕາມແຜນການທີ່ກໍານົດໄວ້.

    ຫຼັງຈາກໂຄງການສໍາເລັດແລ້ວ ຊາວບ້ານໄດ້ຫັນຈາກການເຮັດໄຮ່ລົງມາເຮັດນາ, ເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ, ຊາວບ້ານໄດ້ເຮັດນາປີ ແລະ ນາແຊງ ພອ້ມກັບປູກພຶດຕ່າງໆເສີມຕຶ່ມອີກ ໂດຍໄດ້ຖືເອົາຄອບຄົວນາຍບ້ານເປັນຕົວແບບໃນການປູກເຂົ້າ. ດຽວນີ້ຫຼຸດຜອ່ນການຖາງປ່າໄດ້ເຖິງ 90%, ຍັງ 10% ເຮັດສວນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນແຕກຕ່າງຈາກໄລຍະຜ່ານມາຫຼາຍ. ປະຈຸບັນມີເຂົ້າກິນກຸ້ມໝົດປີ, ຫຼາຍຄອບຄົວເຫຼືອກິນຈຶ່ງໄດ້ຂາຍເຂົ້າໃຫ້ບ້ານອຶ່ນ.  

    ອີກອັນໜຶ່ງ ຫຼັງຈາກໂຄງການສໍາເລັດຊາວບ້ານໄດ້ເກັບເງິນນໍາຜູ້ຊົມໃຊ້ນໍ້າ ສ້າງເປັນກອງທຶນຂອງບ້ານ ເມື່ອບ່ອນໃດເປເພຈຶ່ງຈະໄດ້ເອົາເງິນຈາກກອງທຶນບ້ານດັ່ງກ່າວມາໃຊ້ຈ່າຍຄ່າສ້ອມແປງ, ປີໜຶ່ງເກັບເງິນໄດ້ 500.000 ກີບ, ດຽວນີ້ມີ 1.000.000 ກີບແລ້ວ ແຕ່ມາຮອດປະຈຸບັນຊົນລະປະທານຍັງບໍ່ເຄິຍເປ່ເພ.

     ທ່ານ ວັນລໍາ ສິງພັດທະນາ ນາຍບ້ານດາກສຽງອາ ໄດ້ໃຫ້ສໍາພາດວ່າ ພາຍຫຼັງໄດ້ຮັບຊົນລະປະທານຊາວ ບ້ານດີອົກດີໃຈຫຼາຍ, ແຕ່ລະອາທິດກຸ່ມນໍາໃຊ້ນໍ້າໄດ້ໄປອະນາໄມກວດເບິ່ງຝາຍນໍ້າລົ້ນຢ່າງເປັນປົກກະຕິ, ຖ້າມີໄມ້ໃຫ່ຍອຸດຕັນບໍ່ສາມາດເອົາອອກໄດ້ ຈຶ່ງປະສານໃຫ້ຄົນໃນບ້ານມາຊ່ວຍເອົາອອກ ໃຫ້ຝາຍນໍ້າລົ້ນເຮົາຍືນຍົງ.