ຊຸມຊົນມີຄວາມເຂັ້ມແຂງ ຈັດຕັ້ງປະຕິບັດໂຄງການຍ່ອຍດ້ວຍຕົນເອງ

Posting Date: 
27 Aug 2019

ຊຸມຊົນມີຄວາມເຂັ້ມແຂງ ຈັດຕັ້ງປະຕິບັດໂຄງການຍ່ອຍດ້ວຍຕົນເອງ

             ບ້ານກະຕາງຢາ, ກຸ່ມໂພນໄຊ, ເມືອງຮຸນ, ແຂວງອຸດົມໄຊ ປະກອບມີ 2 ຊົນເຜົ່າຄື: ກຶມມຸ ແລະ ມົ້ງ, ມີ146 ຄົວເຮືອນ, ຄອບຄົວທຸກທີ່ສຸດມີ 26 ຄອບຄົວ, ມີພົນລະເມືອງທັງໝົດ 809 ຄົນ, ຍິງ 408 ຄົນ, ຕັ້ງຫ່າງຈາກເທດສະບານຂອງເມືອງ 17 ກິໂລແມັດ ເມື່ອກ່ອນເປັນບ້ານທີ່ຂາດແຄນນໍ້າກິນ, ນໍ້າໃຊ້, ແມ່ຍິງ, ເດັກນ້ອຍ, ຜູ້ເຖົ້າ ຕ້ອງໄດ້ໄປຕັກນໍ້າຫ້ວຍໄກຈາກບ້ານ 300 ແມັດ ໃຊ້ເວລາ 15 ນາທີ.

 ສະນັ້ນ ໃນທ້າຍປີ 2018 ຢູ່ກອງປະຊຸມວາງແຜນພັດທະນາກຸ່ມບ້ານ ຈຶ່ງໄດ້ຕົກລົງເຫັນດີເອົາການກໍ່ສ້າງລະບົບນໍ້າລິນເປັນບຸລິມະສິດຂອງ ກຸ່ມບ້ານ ແລະ ຖືກຮັບຮອງຢູ່ກອງປະຊຸມປະສານງານການວາງແຜນຂັ້ນເມືອງ ແລະ ມາກໍ່ສ້າງໃນປີ 2019 ໂດຍນໍາໃຊ້ຮູບແບບ ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ເຊິ່ງເລີ່ມຈາກຂະບວນການ ຈັດຊື້-ຈັດຈ້າງ, ການກວດກາຄຸນນະພາບຂອງວັດສະດຸ, ການຈັດຫານາຍຊ່າງ ກໍຄືວິຊາການຊຸມຊົນ ລວມເຖິງການວາງແຜນຈັດຕັ້ງປະຕິບັດ ທັງໝົດນັ້ນມັນແມ່ນເປົ້າໝາຍຫລັກຂອງ ທລຍ  ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໃນທຸກຂະບວນການຈັດຕັ້ງປະຕິບັດ ດັ່ງຄໍາຂັວນທີ່ວ່າ:  (ທຸກສິ່ງທຸກຢ່າງມາຈາກຄວາມຕ້ອງ ການຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ).

   ໂຄງການກໍ່ສ້າງລະບົບນໍ້າລິນຂອງບ້ານກະຕາງຢາ ມີມູນຄ່າ  268.141.400 ກີບ ໄດ້ປະກອບມີ 01 ຫົວງານ , 01 ອ່າງເກັບນໍ້າ, ມີຄວາມຍາວ 7.500 ແມັດ ມີຈໍານວນ 15 ລານກ໊ອກ, ໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 13/5/2019  ດ້ວຍຄວາມສາມັກຄີ ແລະ ຄວາມຮ່ວມໄມ້ຮ່ວມມືຂອງຊຸມຊົນພາຍໃນບ້ານ ແລະ ຄວາມເຂັ້ມແຂງຂອງອົງການປົກຄອງຂັ້ນບ້ານ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງລະ ບົບນໍ້າລິນຂອງບ້ານ ສໍາເລັດລົງ ໃນວັນທີ 27/7/2019  ປະຈຸບັນ ຊຸມຊົນບ້ານກະຕາງຢາ ທັງ 02 ຄຸ້ມໄດ້ມີນໍ້າກິນ, ນໍ້າໃຊ້ສະດວກສະບາຍ ບໍ່ເສຍເວລາໃນການໄປເອົານໍ້າຢູ່ໄກບ້ານ, ຫລຸດຜ່ອນແຮງງານໄປຕັກນໍ້າຂອງແມ່ຍິງເດັກນ້ອຍ, ແມ່ຍິງ, ຜູ້ເຖົ້າ, ໄດ້ມີເວລາເຮັດກິດຈະກໍາອື່ນໆ.