ຕິດຕາມ ຊຸກຍູ້ ວຽກໂພຊະນາການຂັ້ນບ້ານ

Posting Date: 
09 Jun 2021

 

ຕິດຕາມ ຊຸກຍູ້ ວຽກໂພຊະນາການຂັ້ນບ້ານ

 

ໃນຕົ້ນເດືອນ ມິຖຸນາ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງກວນ, ແຂວງຫົວພັນ ໄດ້ລົງຕິດຕາມ ຊຸກຍູ້ ວຽກໂພຊະນາການ ໃຫ້ສະມາຊິກໂພຊະນາການບ້ານນາອໍ້ ໃນການປຸງແຕ່ງອາຫານເສີມໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍອາຍຸ 6-23 ເດືອນເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ຮັບສານອາຫານຢ່າງພຽງພໍ.

 

ຢູ່ໃນກຸ່ມ ໂພຊະນາການ ມີ 5 ກຸ່ມຄື: ກຸ່ມແມ່ຍິງ ຖືພາ, ກຸ່ມແມ່ລູກອ່ອນ, ກຸ່ມເດັກອາຍຸ 0-5 ເດືອນ, ເດັກອາຍຸ 6-23 ເດືອນ ແລະ ກຸ່ມແມ່ລ້ຽງເດັກ.