ຕິດຕາມ ຊຸກຍູ້ ວຽກໂພຊະນາການ ຂັ້ນບ້ານ

Posting Date: 
14 Jun 2021

ຕິດຕາມ ຊຸກຍູ້ ວຽກໂພຊະນາການ ຂັ້ນບ້ານ

ເພື່ອເປັນການສືບຕໍ່ຕິດຕາມ ຊຸກຍູ້ ວຽກໂພຊະນາການໃຫ້ມີຄວາມຕໍ່ເນື່ອງ ມີປະສິດທິພາບ ແລະ ປະສິດທິຜົນນັ້ນ

ໃນວັນທີ 8 ມິຖຸນາ 2021 ຜ່ານມາ, ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງກວນ, ແຂວງຫົວພັນ ໄດ້ລົງຕິດຕາມ ຊຸກຍູ້ ວຽກໂພຊະນາການ ໃຫ້ສະມາຊິກໂພຊະນາການບ້ານກໍໄຮ, ເມືອງກວນ ໃນການປຸງແຕ່ງອາຫານເສີມໃຫ້ ກຸ່ມແມ່ຍິງ ຖືພາ, ກຸ່ມແມ່ລູກອ່ອນ, ກຸ່ມເດັກອາຍຸ 0-5 ເດືອນ, ເດັກອາຍຸ 6-23 ເດືອນ ແລະ ກຸ່ມແມ່ ລ້ຽງເດັກ ຫ່າງໄກຈາກສະພາບການຂາດສານອາຫານຢ່າງແທ້ຈິງ ທັງນີ້ ກໍເພື່ອເຮັດໃຫ້ວຽກງານປຸງແຕ່ງ ອາຫານໃຫ້ແຕ່ລະກຸ່ມ ໄດ້ດໍາເນີນຕາມແຜນການ ທີ່ກໍານົດໄວ້ ທັງເຮັດໃຫ້ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ ຖືກຕ້ອງຕາມກໍານົດເວລາ.