ທລຍ ເມືອງກວັນ ສໍາເລັດຊຸດອົບຮົມ ການວາງແຜນທຸລະກິດຄົວເຮືອນ

Posting Date: 
18 Feb 2021

 

ທລຍ ​ເມືອງກວັນ ສໍາເລັດຊຸດອົບຮົມ ການວາງແຜນທຸລະກິດຄົວເຮືອນ

 

     ໂດຍ: ຕາດໍາ ສີວໍລະພົນ

 

 

 

            ໃນວັນທີ 04-07/02/2021,ຫ້ອງການ ທລຍ ​ເມືອງກວັນ, ແຂວງຫົວພັນ​ ໄດ້ຈັດກອງປະຊຸມ ຝຶກອົບຮົມການວາງແຜນທຸລະກິດຄົວເຮືອນຂຶ້ນທີ່ຫ້ອງປະຊຸມ ກຸ່ມເສດຖະກິດ ເມືອງກວັນ. ຊຸດອົບຮົມດັ່ງກ່າວໄດ້ຮັບກຽດເປັນປະທານ ໂດຍທ່ານ ສ້າງ ສົມທິນາ, ຫົວໜ້າກະສິກຳ ແລະ ປ່າໄມ້ ເມືອງ  ທັງເປັນຜູ້ປະສານງານ ທລຍ ຝ່າຍລັດຂັ້ນເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ພູສິດ ພູມະວົງ ຮອງຫົວໜ້າພະແນກສົ່ງເສີມເຕັກນິກແນວພັນ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້, ວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ສົມສັກ ຈັນດາລາ, ຫົວໜ້າຂະແໜງປັບປຸງຊີວິດການເປັນຢູ່ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ທີມງານ ທລຍ ສູນກາງ, ທລຍ ແຂວງ, ທລຍ ເມືອງ ແລະ ທລຍ ຂັ້ນກຸ່ມບ້ານ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ຊຸດອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 6 ຄົນ.

 

 

 

ສໍາລັບ ເນື້ອໃນຂອງການຝືກອົບຮົມປະກອບດ້ວຍ 3 ໜ້າວຽກຄື:

 

1)     ສະເໜິີຄວາມໝາຍຄວາມສໍາຄັນຂອງການສ້າງແຜນພັດທະນາເສດຖະກິດຄົວເຮືອນໂດຍມີການໄລ່ລຽງລະອຽດກິດຈະກໍາທີ່ຈະສ້າງເປັນທຸລະກິດຂອງຄົວເຮືອນໃນຕໍ່ໜ້າ;

 

2)    ເຜີຍແຜ່ດໍາລັດຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງກຸ່ມຜະລິດ;

 

3)    ແບ່ງກຸ່ມຄົ້ນຄວ້າໃຫ້ນັກສໍາມະນາກອນທຸກຄົນໄດ້ໄລ່ລຽງກິດຈະກໍາທີ່ຈະສ້າງເປັນແຜນທຸລະກິດຄົວເຮືອນຕົວຈິງ ໂດຍອິງຕາມກິດຈະກໍາທີ່ໄດ້ມີການຄັດເລືອກມາຈາກສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ໃນເບື້ອງຕົ້ນທີ່ມີການສົນທະນາແລກປ່ຽນບົດຮຽນຮ່ວມກັບຫ້ອງ ການກ່ຽວຂ້ອງຂັ້ນເມືອງ ທີ່ໄດ້ຈັດຕັ້ງປະຕິບັດໄລຍະຜ່ານມາ. ຈາກນັ້ນ, ຕາງໜ້າແຕ່ລະກຸ່ມ ຂຶ້ນນໍາສະເໜີ ຜົນການຄົ້ນຄວ້າ ແລະ ປະກອບຄໍາຄໍາເຫັນ ໃສ່ແຕ່ລະບົດນໍາສະເໜີຂອງກຸ່ມ ເພື່ອໃຫ້ສົມບູນ ແລະ ມີຄວາມເຂົ້າໃຈຖີ່ຖ້ວນເລິກເຊິ່ງກວ່າເກົ່າ ພອ້ມທັງໄດ້ມອບວຽກບ້ານໃຫ້ນັກສໍາມະກອນທຸກຄົນຂຽນແຜນໄລ່ລຽງເສດຖະກິດຄົວເຮືອນຕຶ່ມອີກ;

 

ພາຍຫຼັງສໍາເລັດພາກທິດສະດີແລ້ວ, ຄູຝຶກຍັງໄດ້ນໍາພານັກສໍາມະນາກອນ ລົງໄປຈັດກອງປະຊຸມ ວາງແຜນເສດຖະກິດຄົວເຮືອນຢູ່ບ້ານ ນາອໍ້, ເມືອງກວັນ ເພື່ອທົດລອງປະຕິບັດຕົວຈີງຕຶ່ມອີກ  ຊຶ່ງມີປະຊາຊົນເຂົ້າຮ່ວມທັງໝົດ 77 ຄົນ, ຍິງ 50 ຄົນ. ຊຸດອົບຮົມດັ່ງກ່າວໄດ້ສ້າງຄວາມເຂົ້າໃຈ ກ່ຽວກັບ ວິທີຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ຂອງ ທລຍ ໃຫ້ແກ່ອົງການປົກ ຄອງທ້ອງຖິ່ນ, ສະມາຊິກ ກຊກ ແລະ  ພໍ່ແມ່ປະຊາຊົນພາຍໃນບ້ານ ເຮັດໃຫ້ເຂົາເຈົ້າມີຄວາມເຂັ້ມແຂງຂຶ້ນ ໄດ້ປູພຶ້ນຖານໃຫ້ຊຸມຊົນມີຄວາມກ້າຕັດສິນໃຈ ລົງມືສ້າງທຸລະກິດຄົວເຮືອນຂອງຕົນ ເພື່ອຈະຍົກລະດັບລາຍຮັບໃຫ້ກັບຄອບຄົວໃນຕໍ່ໜ້າ ພາຍໃຕ້ທ່າແຮງທີ່ພົ້ນເດັ່ນຂອງທ້ອງຖິ່ນກໍຄືຂອງຕົນເອງ ຈະເຮັດໃຫ້ຄອບຄົວມີອາຊີບທີ່ໝັ້ນຄົງ ມີສະບຽງອາຫານ ປັບປຸງຊີວິດການເປັນຢູ່ ແລະ ຄໍ້າປະກັນທາງດ້ານໂພຊະນາການ ໃຫ້ດີຂຶ້ນເທື່ອລະກ້າວ.