ທລຍ ເມືອງກວັນ ສໍາເລັດຊຸດອົບຮົມ ກ່ຽວກັບ ວິທີປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄາດໝາຍ

Posting Date: 
08 Feb 2021

 

ທລຍ ​ເມືອງກວັນ ສໍາເລັດຊຸດອົບຮົມ ກ່ຽວກັບ ວິທີປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄາດໝາຍ

 

ໂດຍ: ຕາດໍາ ສີວໍລະພົນ

 

ວັນທີ 16-31 ມັງກອນ ປີ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ ທລຍ ເມືອງກວັນ ແຂວງຫົວພັນ ໄດ້ເປີດຊຸດ ຝອຮ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ 17 ບ້ານເປົ້າໝາຍຂອງ ທລຍ ກວັນ ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ນາຍບ້ານ ຢູ່ແຕ່ລະບ້ານ ໂດຍໄດ້ຮັບການຮ່ວມມື ໃຫ້ກຽດເປັນຄູ່ຝືກຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 2 ທ່ານ, ຫ້ອງການສະຫະພັນແມ່ຍິງເມືອງ 2 ທ່ານ, ຫ້ອງການສາທາສາທາລະນະສຸກເມືອງ ແລະ ທີມງານ ທລຍ ເມືອງກວັນ 11 ທ່ານ. ຊຸດອົບຮົມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 1.481 ທ່ານ, ໃນນັ້ນ ມີ ແມ່ຍິງ 938 ທ່ານ, ເປັນຊົນເຜົ່າ 319 ທ່ານ.  ຊຸດ ຝອຮ ຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 17 ວັນເຕັມ. ​ກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC)

 

ຊຸດຝຶກອົບຮົມໃນຄັ້ງນີ້ມີທັງໝົດ 2 ພາກຄື: ທິດສະດີ ແລະ ພາກປະຕິບັດຕົວຈິງ, ພາກທີ1 ແມ່ນໄດ້ມີການແນະນໍາ ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ພາກທີ2 ໄດ້ນໍາພາຜູ້ເຂົ້າຮ່ວມ ຮຽນອອກແບບ ແລະ ຫຍິບຜ້າອັດປາກ-ດັງຕົວຈິງ ໂດຍການນໍາພາຂອງທີມງານ ທລຍ ເມືອງ ສົມທົບກັບບັນດາຄູຝຶກທີ່ຫ້ອງການທີ່ກ່ຽວ ຂ້ອງຂັ້ນເມືອງ. ນອກນັ້ນ ຍັງໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ອົງການປົກຄອງຂັ້ນທ້ອງຖິ່ນ, ສະຫະພັນແມ່ຍິງ, ອສບ, ອາ ສາສະໝັກບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ເອົາໃຈໃສ່ ແລະ ທໍາຄວາມຄວາມເຂົ້າໃຈຕໍ່ມາດຕະການການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພັກ-ລັດຖະບານ ກໍ່ຄືຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ໄດ້ປະກາດນໍາໃຊ້ບັນດາມາດຕະການຜ່ອນຜັນຕ່າງໆໃຫ້ເປັນປົກກະຕິຕຶ່ມອີກ, ພ້ອມນັ້ນ ກໍໄດ້ແນະນໍາໂດຍເນັ້ນໜັກໃສ່ວິທີປ້ອງກັນຕໍ່ໂຕເອງ ແລະ ຄົນອ້ອມຂ້າງ ຄົນຄອບຄົວຂອງຕົນ ຫຼີກລ່ຽງຈາກກຸ່ມສ່ຽງ ໃຫ້ເວັ້ນໄລຍະຫ່າງ 1-2 ແມັດ ເວລາໄປບ່ອນຊຸມຊົນແອອັດ ປັບປຸງປ່ຽນແປງພຶດຕິກໍາການດໍາລົງຊີວິດໃນຮູບແແບໃໝ່ ທີ່ປອດໄພຈາກເຊື້ອພະຍາດ ຢູ່ຮາກຖານຊົນ ນະບົດ ສປປ ລາວ ໃຫ້ໄດ້ດີ.

 

ຊຸດອົບຮົມໃນຄັ້ງນີ້ ມີຜົນສໍາເລັດໄດ້ ກໍຍ້ອນການຮ່ວມມືປະສານງານຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ທລຍ ຂໍສະແດງຄວາມຂອບໃຈ ມາຍັງບັນດາຫ້ອງການ ແລະ ອົງການກ່ຽວຂ້ອງ ລວມທັງພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບການຝຶກອົບຮົມກໍໄດ້ໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ປະກອບສ່ວນເຮັດໃຫ້ວຽກງານຂອງພວກເຮົາໄດ້ຮັບຜົນສໍາເລັດລຸລ່ວງໄປດ້ວຍດີ ເປັນການຮັກສາ ແລະ ປົກປ້ອງປະຊາຊົນຜູ້ທຸກຍາກຢູ່ເຂດຊົນນະບົດຂອງລາວເຮົາປອດໄພຈາກ ການລະພາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນບັນຫາຂອງໂລກໃນປະຈຸບັນ.