ທລຍ ເມືອງຕະໂອ້ຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020

Posting Date: 
21 Apr 2020

ທລຍ ເມືອງຕະໂອ້ຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020

 

   ໃນລະຫວ່າງວັນທີ  24ມີນາ-04ເມສາ 2020 ກອງທຶນຫູຸດຜອ່ນຄວາມທຸກຍາກ(ທລຍ)ເມືອງ

ຕະໂອ້ຍ, ຂະແໜງກະສິກໍາ ແລະ ປ່າໄມ້ເມືອງຕະໂອ້ຍ  ໂດຍປະກອບມີຕາງໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທລຍ ແຂວງ,  ທລຍ ເມືອງ, ຫອ້ງການທີ່ກຽ່ວຂອ້ງຂັ້ນເມືອງ  ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານໄດ້ລົງສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມໂຄງການຍ່ອຍຢູ່ແຕ່ລະບ້ານທີ່ໄດ້ຮັບໂຄງການໃນປີ 2020 ເຊີ່ງມີຜູ້ເຂົ້າຮ່ວມທັງໜົດ  350 ຄົນ, ຍິງ 195 ຄົນ ໃນນັ້ນ ປະກອບມີ 8 ໂຄງການ:

1.​ ໂຄງການສ້ອມແປງລະບົບນໍ້າລີນ  ບ້ານປະສິງ  ກຸ່ມຕະຫຼຸງ;

2.​​ ໂຄງການສະຖານທີ່ລ້ຽງສັດ  ບ້ານປີຕຽນ  ກຸ່ມປະໂສມ;

3.​​ ໂຄງການສ້ອມແປງລະບົບຊົນລະປະທານ  ບ້ານກະເຕັນ ກຸ່ມດູບ;

4.​​ ໂຄງການສ້ອມແປງລະບົບນໍ້າລີນ  ບ້ານຕຸງໂກຼງ  ກຸ່ມໂຈະ;

5.​​ ໂຄງການສ້ອມແປງລະບົບນໍ້າລີນ  ບ້ານໂຈະໃຕ້  ກຸ່ມໂຈະ;

6.​​ ໂຄງການສ້ອມແປງລະບົບນໍ້າລີນ  ບ້ານຕຸງແຕ່ງ  ກຸ່ມໂຈະ;

7. ໂຄງການສ້ອມແປງໂຮງຮຽນປະຖົມ  ບ້ານຕະປືນ  ກຸ່ມຕະປືນ

8. ໂຄງການສ້ອມແປງໂຮງຮຽນປະຖົມ  ບ້ານປະລອ່ຍ  ກຸ່ມຕະປືນ

    ໂຄງການທັງໜົດເຫຼົ່ານັ້ນ  ຈະໄດ້ນໍາໃຊ້ທຶນຊວ່ຍເຫຼືອຂອງອົງການພັດທະນາ ແລະ ຮວ່ມມືປະເທດສະວິດເຊີແລນ(SDC) ທັງໜົ ກວ່າ  1 ຕື້ກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ແລະ ຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາປີ2020.