ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

Posting Date: 
02 Nov 2018

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

ໂດຍ: ທລຍ

 

ການເຄື່ອນໄຫວວຽກງານ ທລຍ ໄດ້ມີການປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງໃນແຕ່ລະຂັ້ນ ແຕ່ ຂັ້ນກະຊວງຫາອົງການປົກຄອງຂັ້ນທ້ອງຖິ່ນ. ສະນັ້ນ, ມີຄວາມຈໍາເປັນຕ້ອງກະກຽມເອກະສານທາງລັດຖະການໃຫ້ຖືກຕ້ອງຕາມແບບທີ່ລັດຖະບານໄດ້ກຳນົດໄວ້. ດ້ວຍເຫດຜົນດັ່ງກ່າວ ໃນວັນທີ 29 ຕຸລາ 2018  ຄະນະຊີ້ນໍາ ທລຍ ຂັ້ນສູນກາງ ຈຶ່ງໄດ້ເຊື້ອເຊີນເອົາວິທະຍາກອນຈາກກະຊວງພາຍໃນ ໂດຍແມ່ນ ທ່ານ ຈຳລອງ ມະນີວົງ ຫົວໜ້າພະແນກນິຕິກຳ ກົມເອກະສານແຫ່ງຊາດ ທີ່ເປັນຊ່ຽວຊານທາງດ້ານເອກະສານທາງການ ມາຈັດການຝຶກອົບຮົມໃນຫົວຂໍ້: ການກະກຽມເອກະສານທາງການ ຕາມດຳລັດ 239/ລບ. ການຝຶກອົບຮົມໄດ້ດໍາເນີນທັງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ທີ່ຫ້ອງປະຊຸມກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງໂດຍມີຜູ້ເຂົ້າຮ່ວມຈາກຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ ທັງໜົດ 16 ຄົນ ຍິງ 06 ຄົນ.

ການຝຶກອົບຮົມ ໄດ້ແນະນໍາຮູບແບບ ແລະ ວິທີໃນການກະກຽມເອກະສານຕ່າງໆທາງລັດຖະການ ໃຫ້ກັບຜູ້ເຂົ້າຮ່ວມ ໃຫ້ມີຄວາມເຂົ້າໃຈ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມແບບຟອມຂອງປະເພດເອກະສານບໍລິຫານທາງລັດຖະການ ທີ່ນຳໃຊ້ໃນວຽກງານທາງການຂອງອົງການຈັດຕັ້ງຂອງລັດ ປະກອບດ້ວຍ: ໜັງສືສະເໜີ, ໜັງສືແຈ້ງຕອບ, ໃບມອບສິດ, ໜັງສືເຊີນ, ຂໍ້ຕົກລົງ, ແຈ້ງການ,ໃບມອບສິດ ແລະ ອື່ນໆ ທີ່ລັດຖະບານໄດ້ວາງອອກ ແລະ ຖືກນໍາໃຊ້.

          ຜ່ານການຝຶກອົບຮົມເປັນເວລາ 1 ວັນເຕີມ ໄດ້ມີຄວາມໝາຍຄວາມສໍາຄັນຫຼາຍ ເພາະພະນັກງານທຸກຄົນທີ່ເຂົ້າຮ່ວມໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຮູບແບບການກະກຽມເອກະສານ ແລະ ຮັບປະກັນຄວາມຖືກຕ້ອງໃນຕໍ່ໜ້າ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມໃນເທື່ອນີ້ ໄປນໍາໃຊ້ ສູ່ວຽກງານຕົວຈິງຂອງຕົນເອງໃຫ້ມີຜົນສໍ່ເລັດສູງສຸດ ແລະ ຈະຜັນຂະຫຍາຍສູ່ພະນັກງານຂັ້ນທ້ອງຖິ່ນໃນຕໍ່ໜ້າ.