ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນເມືອງ ແລະ ບ້ານ

Posting Date: 
26 Sep 2020

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນເມືອງ ແລະ ບ້ານ

 

 

        ວັນທີ 24-29ກັນຍາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາແລະປ່າໄມ້ໄດ້ຈັດກອງປະຊຸມແນະນໍາແລະບັ້ນຝຶກອົບຮົມວຽກງານປັບປຸງຊີວິດການເປັນຢູ່ສົ່ງເສີມໂພຊະນາການ ຂຶ້ນທີ່ເມືອງໄຊ, ແຂວງອຸດົມໄຊ.ກອງປະຊຸມ ຝຶກອົບຮົມດັ່ງກ່າວ ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ.ຄໍາພອນມູນລະໄມກຳມະ ການພັກແຂວງ, ຫົວໜ້າພະແນກກະສິກໍາແລະ ປ່າໄມ້ແຂວງແລະທ່ານສີສະຫວັດເກີດກອງຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ. ຊຶ່ງວິທະຍາກອນສ່ວຍໃຫ່ຍແມ່ນຫົວໜ້າຂະແໜງການຕ່າງໆຂອງ ທລຍ ສູນກາງ, ສ່ວນຜູ້ເຂົ້າຮ່ວມ ແມ່ນຫົວໜ້າຂະແໜງການກ່ຽວຂ້ອງ, ຜູ້ປະສານງານ ແລະ ຜູ້ຊ່ວຍຜູ້ປະສານງານ ທລຍ  ແຂວງອຸດົມໄຊ ແລະ ຜົ້ງສາລີ, ຫົວໜ້າທິມງານ ທລຍ ຂັ້ນເມືອງ, ພະນັກງານ ທລຍ ຂັ້ນບ້ານຂອງ 2 ແຂວງດັ່ງກ່າວ, ລວມທັງໝົດ79 ທ່ານ, ຍິງ 29 ທ່ານ.

 

        ຈຸດປະສົງຂອງກອງປະຊຸມ ແລະ ບັ້ນຝຶກອົບຮົມແມ່ນເພື່ອເຮັດໃຫ້ບັນດາພະນັກງານໂຄງການ ທີ່ຢູ່ຂັ້ນບ້ານໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລັດຖະບານໃນການພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກ,ດ້ານທິດສະດີ,ຫຼັກການ,ທິດທາງໜ້າທີ່ຂອງການລົງຈັດຕັ້ງປະຕິບັດວຽກງານຢູ່ຮາກຖານ, ຄວາມຮູ້ດ້ານວິຊາສະເພາະ ກ່ຽວກັບການປັບປຸງຊີວິດການເປັນຢູ່ສົ່ງເສີມໂພຊະນາການໃນຂອບເຂດຂອງໂຄງການ.

 

 ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ຮ່ວມກັບອົງການປົກຄອງທ້ອງຖິ່ນ, ຂະແໜງ ການກ່ຽວຂ້ອງ ແນໃສ່ການປັບປຸງຂອດປະສານກັບບັນດາໂຄງການຢູ່ໃນພື້ນທີ່ດຽວກັນ, ໃຫ້ຈັດຕັ້ງປະຕິບັດເປັນເອກະພາບໄປລວງດຽວກັນ. ເພື່ອຮັບປະກັນການເຂົ້າຮ່ວມຂອງທຸກຂະແໜງການ ກໍ່ຄືຄວາມເປັນເຈົ້າຂອງປະຊາຊົນ, ທັງເປັນການຕີລາຄາຖອດຖອນບົດຮຽນໃນເບື້ອງຕົ້ນຕໍ່ລິເລີ່ມຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຜ່ານມາ ແລະ ເອກະພາບກັນດ້ານທິດທາງວຽກງານຈຸດສຸມ 6 ເດືອນທ້າຍ ປີ 2020 ໂດຍກໍານົດ ແລະ ວາງແຜນການເຄື່ອນໄຫວຮ່ວມກັນດ້ານການຝຶກອົບຮົມໃຫ້ພະນັກງານຂັ້ນບ້ານ ແລະ ການນໍາພາປະຕິບັດວຽກຕົວຈິງ ຢູ່ເຂດເປົ້າໝາຍຂອງໂຄງການ.

 

ທ່ານ ປອ. ຄໍາພອນ ມູນລະໄມ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ໃຫ້ທັດສະນະໃນເວລາກ່າວເປີດກອງປະຊຸມ ແລະ ບັ້ນຝຶກອົບຮົມວ່າ:     ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເປັນກອງທຶນຂອງລັດຖະບານ ສ້າງຕັ້ງຂຶ້ນມາໃນປີ 2002, ດຳລັດເລກທີ: 10/ນຍ, ຈັດຕັ້ງປະຕິບັດຢູ່ 10 ແຂວງ, ສຳລັບ ແຂວງອຸດົມໄຊ ຂອງພວກເຮົາທີ່ໄດ້ຮັບທຶນສືບຕໍ່ໂຄງການ ໃນໄລຍະເພີ່ມທຶນ ທລຍ 3 ນີ້ ຊຶ່ງມີໄລຍະຂອງໂຄງການ ແຕ່ປີ (2020-2024). ໃນຊ່ວງຈັດຕັ້ງປະຕິບັດວຽກງານຂອງໂຄງການ ໄລຍະທີ I ແລະ ໄລຍະທີ II ເຖິງແມ່ນວ່າ ທຶນຮອນມີຈໍາກັດກໍ່ຕາມ ແຕ່ຖ້າທຽບກັບຄວາມຮຽກຮ້ອງຕ້ອງການ ຂອງທ້ອງຖິ່ນຮາກຖານຊົນນະບົດ ຫ່າງໄກສອກຫຼີກ ທຸລະກັນດານ, ແຕ່ກອງທຶນດັ່ງກ່າວ ກໍ່ສາມາດປະກອບສ່ວນຊ່ວຍລັດຖະບານ  ແກ້ໄຂບັນຫາຄວາມຈຳເປັນພື້ນຖານໃຫ້ແກ່ປະຊາຊົນບັນດາເຜົ່າ ຄຽງຄູ່ໄປກັບການສ້າງຄວາມເຂັ້ມແຂງໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ສ້າງຄວາມອາດສາມາດໃຫ້ຊຸມຊົນໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດຢ່າງເປັນຮູບປະທໍາ.

 

ການທີ່ ທລຍ ໄດ້ຮັບທຶນເພີ່ມຕື່ມນີ້ ກໍຍ້ອນຜົນງານການຈັດຕັ້ງປະຕິບັດທີ່ເປັນຮູບປະທຳຮັບປະກັນໄດ້ລະ ບຽບຫຼັກການ ແລະ ມີຄວາມໂປ່ງໃສຂອງໂຄງການໄລຍະຜ່ານມາ. ສະນັ້ນ, ບັນດາຜູ້ໃຫ້ທຶນ ກໍ່ຄືທະນາຄານໂລກ,ຈຶ່ງສືບ ຕໍ່ໃຫ້ການຊ່ວຍເຫຼືອລັດຖະບານຢູ່ 4 ແຂວງພາກຕຶ່ມອີກ.

 

ອິງໃສ່ ຈຸດປະສົງຂອງກອງປະຊຸມ ບັນດາເນື້ອໃນ ທີ່ຈະນໍາສະເໜີຈະກວມເອົາຫຼາກຫຼາຍຫົວຂໍ້ ຊຶ່ງຄູຝຶກ ແມ່ນມາຈາກບັນດາຫົວໜ້າຂະແໜງ ແລະ ທີ່ປຶກສາທີ່ມີປະສົບການຂອງ ທລຍ ສູນກາງ. ບັນດາຫົວຂໍ້ຝຶກອົບຮົມນັ້ນ ລ້ວນແຕ່ເປັນການຊຸກຍູ້ສົ່ງເສີມເຮັດໃຫ້ພະນັກງານ ທລຍ ໃນແຕ່ລະຂັ້ນເວົ້າລວມ ເວົ້າສະເພາະແມ່ນພະນັກງານໂຄງການ ທລຍ ຂັ້ນບ້ານມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດໂຄງການ, ພ້ອມນັ້ນຍັງຈະໄດ້ເຊື່ອມຊືມແນວທາງນະໂຍບາຍຂອງໂຄງການ ກໍ່ຄືແນວທາງນະໂຍບາຍຂອງພັກ, ລັດຖະບານດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທັງທາງດ້ານທິດສະດີ ແລະ ລະບຽບຫຼັກການ ກໍຄືໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານທີ່ຈະກຽມພ້ອມລົງໄປປະຈໍາການຢູ່ຮາກຖານທ້ອງຖິ່ນ.

 

ການແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ກັບອົງການປົກຄອງ ແລະ ຂະແໜງ ການແນໃສ່ປັບປຸງຂອດປະສານກັບບັນດາໂຄງການຢູ່ໃນພື້ນທີ່ດຽວກັນໃຫ້ຈັດຕັ້ງປະຕິບັດເປັນເອກະພາບໃຫ້ໄປລວງດຽວກັນ ແມ່ນຂອດສໍາຄັນ ທີ່ຕ້ອງໄດ້ເອົາໃຈໃສ່ຕຶ່ມ ເພື່ອຮັບປະກັນການເຂົ້າຮ່ວມຂອງທຸກຂະແໜງກໍ່ຄືຄວາມເປັນເຈົ້າຂອງປະຊາຊົນ ພ້ອມທັງເປັນການຕີລາຄາຖອດຖອນບົດຮຽນເບື້ອງຕົ້ນໃນການລິເລິ່ມຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຜ່ານມາ, ເອກະພາບກັບທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີນີ້ ໂດຍໃຫ້ມີການກຳນົດ ແຜນການເຄື່ອນ ໄຫວ ການຝຶກອົບຮົມໃຫ້ພະນັກງານຂັ້ນບ້ານ ແລະ ການນໍາພາປະຕິບັດວຽກຕົວຈິງ ຢູ່ເຂດເປົ້າໝາຍຂອງໂຄງການຮ່ວມກັນ. ທັງໝົດນັ້ນ, ລ້ວນແຕ່ແມ່ນຫົວຂໍ້ທີ່ມີລັກສະນະຍຸດທະສາດສຳຄັນ, ຕັດສິນຕໍ່ການຈັດຕັ້ງປະຕິບັດນະໂຍບາຍຂອງການປະຕິບັດຍຸດທະສາດການພັດທະນາເສຖະກິດ-ສັງຄົມ, ການປະຕິບັດພັນທະການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກ, ການຫັນວຽກງານ 3 ສ້າງລົງສູ່ລວງເລິກ, ລວມທັງ ການແບ່ງຂັ້ນຄຸ້ມຄອງ ແລະ ການປະຕິບັດໜ້າທີ່ ອື່ນໆຂອງກອງທຶນກໍຄື ຂອງພັກ-ລັດຖະບານວາງໄວ້.

 

ຂ້າພະເຈົ້າ, ມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍຜູ້ແທນກອງປະຊຸມ, ທ່ານຍິງ, ທ່ານຊາຍ ທັງຫຼາຍ ຈະຍົກສູງສະຕິ, ຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ, ມີຄວາມຮັບຜິດຊອບທາງດ້ານວິຊາສະເພາະໃຫ້ຫລາຍ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດ ຄຳເຫັນຢ່າງເລິກເຊິ່ງ, ເຮັດໃຫ້ທຸກເນື້ອໃນກອງປະຊຸມຄັ້ງນີ້ ມີຄວາມລະອຽດຈະແຈ້ງ, ມີບັນຍາກາດຟົດຟື້ນ ແລະ ບັນລຸໄດ້ຜົນສຳເລັດຢ່າງສະຫງ່າງາມ.