ນ້ອງນ້ອຍນັກຮຽນ 7 ບ້ານຊົນເຜົ່າຢຸ ແລະ ຊົນເຜົ່າລະເວນໄດ້ຫໍພັກຫຼັງໃໝ່

Posting Date: 
20 Aug 2019

ນ້ອງນ້ອຍນັກຮຽນ 7 ບ້ານຊົນເຜົ່າຢຸ ແລະ ຊົນເຜົ່າລະເວນໄດ້ຫໍພັກຫຼັງໃໝ່

        ໂຮງຮຽນມັດທະຍົມຕອນຕົ້ນບ້ານ ປາກບໍ, ກຸ່ມບ້ານປາກບໍເມືອງສະໜາມໄຊ  ແຂວງອັດຕະປື ເຊິ່ງໂຮງຮຽນມັດທະຍົມດັ່ງກ່າວ ມີນ້ອງນ້ອຍນັກຮຽນຈາກ 7 ບ້ານຄື: ແບ່ງວິໄລ, ດອນ, ໂພນສະອາດ, ຈັນຕໍ, ກະແສະ ,ປາກບໍ, ໜອງແຂ້ ທີ່ເປັນບ້ານຊົນເຜົ່າຢຸ ແລະ ລະເວນ ມາຮໍ່າຮຽນຢູ່ໂຮງຮຽນຫຼັງນີ້ ແຕ່ເຖິງແນວໃດກໍດີ ບັນດານັກຮຽນເຫຼົ່ານີ້ ຕ້ອງເດີນທາງໄກມາຫາໂຮງຮຽນໄລຍະທາງ ປະມານ 15-25 ກິໂລແມັດ ທີ່ເປັນທາງທຸລະກັນດານ ແລະ ຫຍຸ້ງຍາກພໍສົມຄວນ ນັກຮຽນບາງຄົນກໍ່ສ້າງຫໍພັກຊົ່ວຄາວເອງ ເຊິ່ງເປັນສາເຫດເຮັດໃຫ້ນ້ອງນ້ອຍນັກຮຽນຈໍານວນຫຼາຍໄດ້ປະລະການຮຽນຍ້ອນຂາດທີ່ພັກອາໃສ.

ເມື່ອມີຄວາມຈໍາເປັນຄືແນວນັ້ນ ໃນທ້າຍປີ 2018 ຢູ່ ກອງປະຊຸມວາງແຜນພັດນາຂັ້ນກຸ່ມບ້ານ ປາກບໍ,  5 ບ້ານ ພາຍໃນກຸ່ມບ້ານ ຈຶ່ງຕົກລົງເອົາການກໍ່ສ້າງຫໍພັກນັກຮຽນມັດທະ ຍົມກຸ່ມບ້ານປາກບໍ 1 ຫຼັງ ຂະໜາດ  ຄວາມກວ້າງ  9ແມັດ ແລະຍາວ 16 ແມັດ, 2 ຫ້ອງນອນ ທີ່ມີຂະໜາດ 7 x 8 ແມັດ/ຫ້ອງນອນ ໃນນັ້ນ ປະກອບມີ 12 ຕຽງນອນ, ນໍ້າບາດານຍົກສູງ 1 ບໍ່, ຫ້ອງນໍ້າ  2 ຫ້ອງ, ເປັນບຸລິມະສິດທໍາອິດຂອງກຸ່ມບ້ານ ໃນປີ 2019.
    ການກໍ່ສ້າງຫໍພັກດັ່ງກ່າວໄດ້ເລີ່ມກໍ່ສ້າງແຕ່ວັນທີ 15 ເມສາ 2019 ແລະ ສໍາເລັດລົງໃນວັນທີ 26 ກໍລະກົດ 2019  ມີມູນຄ່າທັງໝົດ 336ລ້ານກວ່າກີບ ໃນນັ້ນ ປະຊາຊົນພາຍໃນບ້ານໄດ້ປະກອບສ່ວນແຮງງານ, ໄມ້ແບບ ແລະ ໄມ້ຄໍ້າແບບ,ໄຟຟ້າເຂົ້າຫໍພັກ, ອະນາໄມສະຖານທີ  ຄິດເປັນມູນຄ່າທັງໝົດ 24ລ້ານກວ່າກີບ. ຫໍພັກດັ່ງກ່າວ ສາມາດບັນຈຸນ້ອງນ້ອຍນັກຮຽນພັກເຊົາໄດ້ເຖິງ 60 ຄົນ.

ສຳລັບໃນສົກຮຽນໃໝ່ 2019 -2020 ທີ່ຈະມາເຖິງ ຄາດວ່າຈະມີຈໍານວນນັກຮຽນເພີ່ມຂຶ້ນປະມານ 180 ກວ່າຄົນ ຈາກ 125 ຄົນ ໃນເມື່ອກ່ອນ ສິ່ງກໍ່ສ້າງດັ່ງກ່າວນີ້ກໍເປັນປັດໃຈໜຶ່ງໃນການສົ່ງເສີມ ຊຸກຍູ້ທາງດ້ານການສຶກສາໃຫ້ແກ່ນ້ອງນ້ອຍເຂດຊົນນະບົດ ແລະ ຫ່າງໄກສອກຫຼີກໄດ້ມີໂອກາດໃນການຮໍ່າຮຽນເອົາຄວາມຮູ້ ເພື່ອພັດທະນາຕົນເອງ, ພ້ອມທັງຈະເປັນເງື່ອນໄຂສະດວກໃຫ້ນ້ອງນ້ອຍນັກຮຽນຮຸ່ນຕໍ່ໄປ.