ບ້ານກອງຂຸມກັບເສັ້ນທາງໃໝ່ສູ່ເຂດທໍາການຜະລິດ

Posting Date: 
12 Aug 2019

ບ້ານກອງຂຸມກັບເສັ້ນທາງໃໝ່ສູ່ເຂດທໍາການຜະລິດ

       ບ້ານ ກອງຂຸມ, ບ້ານຊົນເຜົ່າກຶມມຸ,ກຸ່ມບ້ານລາວເລວ, ເມືອງສຳພັນ, ແຂວງຜົ້ງສາລີ. ບ້ານດັ່ງກ່າວມີເນື້ອທີ່ທໍາການຜະລິດທັງໝົດ 4.987 ເຮັກຕາ ຊຶ່ງເປັນເນື້ອທີ່ ທີ່ຕັ້ງຢູ່ຫ່າງໄກຈາກບ້ານ ປະມານ 5 ກິໂລມັດ ທາງເຂົ້າຫາເຂດທໍາການຜະລິດເສັ້ນນີ້ ແມ່ນທາງທີ່ຊາວບ້ານເປັນຜູ້ຂຸດເອງ ເປັນທາງແຄບ ລົດໃຫຍ່ບໍ່ສາມາດເຂົ້າເຖິງໄດ້ໃຊ້ເວລາຍ່າງ 1 ຊົ່ວໂມງເຄິ່ງຂຶ້ນໄປ ເຊິ່ງເປັນສາເຫດເຮັດໃຫ້ຊາວບ້ານບໍ່ສາມາດນໍາຜົນຜະລິດ (ເຂົ້າ, ໝາກແໜ່ງ, ຍານ, ກາເຟ...) ທີ່ຊາວບ້ານປູກຢູ່ໃນເນື້ອທີ່ດັ່ງກ່າວ ບໍ່ສາມາດນໍາອອກໄປຂາຍສູ່ທ້ອງຕະຫຼາດໄດ້.

ເມື່ອມີຄວາມຈໍາເປັນຄືແນວນັ້ນ ໃນທ້າຍປີ 2018 ຢູ່ກອງປະຊຸມວາງແຜນພັດນາຂັ້ນກຸ່ມບ້ານ 7 ບ້ານ ພາຍໃນກຸ່ມບ້ານ ຈຶ່ງຕົກລົງເອົາການສ້ອມແປງທາງຫາເຂດທໍາການຜະລິດ ບ້ານ ກອງຂຸມ, ຂະໜາດຄວາມກວ້າງ 3.5 ແມັດ, ຍາວ 5 ກິໂລແມັດ ເປັນບຸລິມະສິດທໍາອິດຂອງກຸ່ມບ້ານ.

ການປັບປຸງເສັ້ນທາງໄປສູ່ເຂດການຜະລິດເສັ້ນນີ້ ໄດ້ເລີ່ມກໍ່ສ້າງໃນວັນທີ 15 ພຶດສະພາ 2019 ແລະ ສໍາເລັດລົງໃນວັນທີ 26 ມິຖຸນາ 2019 ມີມູນຄ່າທັງໝົດ 356 ລ້ານກວ່າກີບ ໃນນັ້ນ ປະຊາຊົນພາຍໃນບ້ານໄດ້ປະກອບສ່ວນແຮງງານ, ໄມ້ແບບ ແລະ ໄມ້ຄໍ້າແບບ ຄິດເປັນມູນຄ່າທັງໝົດ 8 ລ້ານກວ່າກີບ.

ປະຈຸບັນ ປະຊາຊົນບ້ານກອງຂຸມ ສາມາດນໍາໃຊ້ພາຫານະເຊັ່ນ: ລົດຕອກຕອກ, ລົດກະບະຕ່າງໆ ໄປຮອດເຂດທໍາການຜະລິດຢ່າງສະດວກສະບາຍ ແລະ ພໍ່ຄ້າແມ່ຄ້າ ໄດ້ເຂົ້າມາເກັບຊື້ສິນຄ້າຢູ່ເຂດເນື້ອທີ່ທໍາການຜະລິດດັ່ງກ່າວເລີຍ.