ປີ 2020 ທລຍ ແຂວງ ສະຫວັນນະເຂດຈະປະຕິບັດ ກຸ່ມບົວລະບັດຮັກສາທາງ 9 ໂຄງການ

Posting Date: 
17 Mar 2020

ປີ 2020 ທລຍ  ແຂວງ ສະຫວັນນະເຂດຈະປະຕິບັດ

ກຸ່ມບົວລະບັດຮັກສາທາງ 9 ໂຄງການ

   ກຸ່ມບົວລະບັດຮັກສາທາງ ແມ່ນກິດຈະກໍາໜຶ່ງ ຂອງວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເຊິ່ງໄດ້ທົດລອງຈັດຕັ້ງປະຕິບັດ ມາແຕ່ ປີ2018 ແລະ ເຫັນວ່າໄດ້ຮັບຜົນດີ ເພາະເປັນການສ້າງຄວາມເປັນເຈົ້າການໃຫ້ແກ່ຊຸມຊົນ, ເຮັດໃຫ້ເສັ້ນທາງທີ່ໄດ້ສ້າງຂຶ້ນ ໄດ້ຮັບການບົວລະບັດຮັກສາເປັນຢ່າງດີ. ວິທີການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວນັ້ນແມ່ນໄດ້ມອບໃຫ້ຄົວເຮືອນທຸກຍາກພາຍໃນບ້ານ ແລະ ເປັນຜູ້ຍິງ ໄດ້ຮັບບຸລິມະສິດໃນການຄັດເລືອກ  ຍ້ອນວ່າເປັນວຽກເບົາ  ບໍ່ຊັບຊ້ອນ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແຕ່ໄດ້ຮັບເງິນຕອບແທນແຮງງານ ປະມານ 200,000-250,000 ກີບຕໍ່ເດືອນ ແລະຈໍານວນສະມາຊິກກຸ່ມ ແມ່ນຂື້ນຢູ່ກັບຄວາມຍາວຂອງເສັ້ນທາງ  ສະເລ່ຍ 1 ກິໂລແມັດຕໍ່ຄົນ  ແລະ  ຖ້າເປັນວຽກໜັກແມ່ນຊາວບ້ານພາຍໃນບ້ານຊ່ວຍເຫຼືອກັນ.

     ພາຍຫຼັງຈາກທີ່ໄດ້ມີການຄັດເລືອກ ແລະ ສ້າງຕັ້ງກຸ່ມບົວລະບັດຮັກສາທາງສໍາເລັດແລ້ວ ໄດ້ມີການຝືກອົບຮົມ ໃຫ້ແກ່ສາມະຊີກກຸ່ມດັ່ງກ່າວ ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ  ພ້ອມນັ້ນກໍໄດ້ມີການສະໜອງ ອຸປະກອນ ໃຫ້ແຕ່ລະກຸ່ມເຊັ່ນ:  ຈົກ, ເຫຼັກເຂົາຄວາຍ, ຊ້ວນ, ຄາດ, ພ້າ.. ລໍ້ຍູ້ກົງດຽວ   ແລະ ອຸປະກອນປ້ອງກັນໄພຄື: ເກີບບຸດ, ໝວກກັນແດດ, ເສື້ອສະທ້ອນແສງ, ຈວຍຈໍລະຈອນເຕືອນໄພ ແລະ ກັບຢາ ປະຖົມພະຍາບານ.

   ສໍາລັບການຈັດຕັ້ງປະຕິບັດຕົວຈິງນັ້ນ ຄອບຄົວເຂົາເຈົ້າກໍສາມາດຊ່ວຍໄດ້ ເພາະເວລາຝືກອົບຮົມ ຄອບຄົວຂອງກຸ່ມດັ່ງກ່າວກໍໄດ້ເຂົ້າຮ່ວມນໍາ ເປັນຕົ້ນແມ່ນ ຜົວ, ລູກຊາຍ.....ຜູ້ຍິງພຽງແຕ່ອອກຊື່ເປັນສະມາຊິກຂອງກຸ່ມ ແຕ່ເວລາໄປອອກແຮງງານແມ່ນຜູ້ຊາຍ ຫຼື ຜົວຂອງເຂົາເຈົ້າເປັນຜູ້ເຮັດ.

ປີ 2020  ທລຍ ແຂວງສະຫວັນນະເຂດໄດ້ຮັບການສະໜັບສະໜູນ ກິດຈະກໍາ ກຸ່ມບົວລະບັດຮັກສາທາງ 9 ໂຄງການຄື:

1.     ເມືອງເຊໂປນມີ 1 ໂຄງການຄື:  ບ້ານສົບໝີ, ກຸ່ມສົບໝີ່, ມີຄວາມຍາວ  2 ກິໂລແມັດ.

2.    ເມືອງພິນມີ   2 ໂຄງການຄື:  ບ້ານ ວົງສີແກ້ວ, ກຸ່ມຍາງ, ມີຄວາມຍາວ  5 ກິໂລແມັດ, ບ້ານ ແກ້ງກົວະ, ກຸ່ມຕາດໄຮ, ມີຄວາມຍາວ 6,5 ກິໂລແມັດ.

3.    ເມືອງນອງ ມີ 2 ໂຄງການຄື:  ບ້ານ ຫູບ, ກຸ່ມ ຕໍາລວງ, ມີຄວາມຍາວ 5,38 ກິໂລແມັດ, ບ້ານ ທ່າເທ, ກຸ່ມ ແກ້ງລິ້ນ,  ມີຄວາມຍາວ 3,86 ກິໂລແມັດ

4.    ເມືອງ ອາດສະພອນ 2ໂຄງການຄື : ບ້ານ ຈອມຫາດ,  ກຸ່ມວຽງໄຊ, ມີຄວາມຍາວ 4,60 ກມ, ບ້ານ ໄຊໂພນສິມ, ກຸ່ມ ນາປອດ, ມີຄວາມຍາວ 5,60 ກິໂລແມັດ

5.    ເມືອງ ທ່າປາງທອງ 2 ໂຄງການຄື: ບ້ານ ນາຕັງ, ກຸ່ມ ທ່າພີ່,  ມີຄວາມຍາວ 4,00 ກິໂລແມັດ, ບ້ານ ຫີນຕັງກາງ, ກຸ່ມ ກະທອງເໜືອ,  ມີຄວາມຍາວ 2,30 ກິໂລແມັດ. ເຊິ່ງໃນ 9ໂຄງການເຫຼົ່ານີ້ໄດ້ນໍາໃຊ້ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ 271 ກວ່າລ້ານກີບ   ແລະ ຊຸມຊົນຈະໄດ້ຮັບຜົນປະໂຫຍດທັງໝົດ 21,924 ຄົນ, ຍິງ 10,749 ຄົນ.

Attachment: