ພະນັກງານ ທລຍ ເມືອງຊ່ອນເລັ່ງຊ່ວຍຊາວບ້ານທ້ອນເງິນ

Posting Date: 
26 Feb 2021

ພະນັກງານ ທລຍ ເມືອງຊ່ອນເລັ່ງຊ່ວຍຊາວບ້ານທ້ອນເງິນ

ຂຽນໂດຍ: ທລຍ ສູນກາງ

ປະຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທຸກໆເມືອງ ແມ່ນກໍາລັງຢູ່ໃນໄລຍະ ສ້າງຄວາມເຂັ້ມແຂງ ດ້ານການຄຸ້ມຄອງບໍລິຫານເງິນຂອງກຸ່ມ ກຊກ ເພື່ອກຽມຄວາມພອ້ມໃຫ້ແກ່ການຮັບເອົາການຊ່ວຍເຫຼືອ ງົບປະມານຈາກ ທລຍ. ໜ້າວຽກດັ່ງກ່າວນີ້ ແມ່ນເພື່ອສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງດ້ານບັນຊີການເງິນຂອງກຸ່ມຮູ້ຈັກວິທີຈົດຮັບຈົດຈ່າຍ, ຮຽນຮູ້ວີທີການປ່ອຍເງິນໃຫ້ສະມາຊິກກູ້ຢືມ, ຮູ້ທົດແທນທຶນ ແລະ ດອກເບັ້ຍກັບຄືນໃຫ້ແກ່ກຸ່ມ. ຊຶ່ງໜຶ່ງໃນກິດຈະກໍານັ້ນ ກໍແມ່ນການທ້ອນເງິນຂອງສະມາຊິກກຸ່ມ, ການດໍາເນີນກອງປະຊຸມກຸ່ມ ແລະ ການສະຫຼຸບລາຍງານ. ເມື່ອຊຸມຊົນມີຄວາມສາມາດດ້ານບັນຊີການເງິນ ແລະ ການຄຸ້ມຄອບໍລິຫານກຸ່ມແລ້ວ ຜ່ານການປະເມີນຜົນກຸ່ມ ເຫັນວ່າກຸ່ມໃດມີຄວາມເຂັ້ມແຂງ ແມ່ນກຸ່ມນັ້ນ ຈະຖືກໂອນເງິນໄປໃຫ້ເປັນ ຕົ້ນທຶນໃນການປູກການລ້ຽງ ແລະ ຫັດຖະກໍາ ເພື່ອສ້າງລາຍຮັບໃຫ້ກັບຄອບຄົວເພື່ອບັນລຸເປົ້າໝາຍຂອງໂຄງການ.

     ດັ່ງນັ້ນ, ໃນຫວ່າງບໍ່ດົນມານີ້ ພະນັກງານ ທລຍ ເມືອງຊ່ອນ ແຂວງຫົວພັນ ກໍໄດ້ລົງໄປຊຸກຍູ້ຕິດຕາມການທ້ອນເງິນຂອງສະມາຊິກກຸ່ມ ກຊກ ຢູ່ກຸ່ມບ້ານຊ່ອນໃຕ້ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 102 ຄົນ, ຍິງ 90 ຄົນ. ການທ້ອນເງິນ ແລະ ການສ້າງຄວາມເຂັ້ມແຂງໃຫ້ ສະມາຊິກກຸ່ມ ກຊກ ຄັ້ງນີ້ ເຫັນວ່າ ເປັນຂະບວນຟົດຟື້ນ ທັງມີຄວາມຮັບຜິດຊອບ, ຊຸມຊົນໃຫ້ການຮ່ວມມື ແລະ ມີຄວາມກະຕືລືລົ້ນ ມີຄວາມສະມັກໃຈເຂົ້າຮ່ວມເປັນຢ່າງດີ. ຄາດວ່າ ໃນອີກ 3 ເດືອນຕໍ່ໜ້າ ທລຍ ຈະໄດ້ມີການໂອນເງິນໄປສົມທົບໃສ່ເງິນທ້ອນຂອງສະມາຊິກດັ່ງກ່າວ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການ ທລຍ ໄດ້ຕາມປົກກະຕິ ແລະ ມີຜົນສໍາເລັດ.