ຮອງຜູ້ອໍານວຍການ ທລຍ ພ້ອມດ້ວຍຄະນະ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ເຂົ້າພົບຮອງເຈົ້າແຂວງຫຼວງນໍ້າທາ

Posting Date: 
25 Nov 2020

 

ຮອງຜູ້ອໍານວຍການ ທລຍ ພ້ອມດ້ວຍຄະນະ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມື

 

ຂອງປະເທດສະວິດເຊີແລນ (SDC) ເຂົ້າພົບຮອງເຈົ້າແຂວງຫຼວງນໍ້າທາ   

 

 

 

ໃນລະຫວ່າງວັນທີ 19 ພະຈິກ 2020 ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC), ພະແນກກະສິກໍາ ແລະ ປ່າໄມ້ ແລະ ຮອງຜູ້ອໍານວຍການ ທລຍ ພ້ອມດ້ວຍຄະນະ ເຂົ້າພົບລາຍງານ ທ່ານອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງຫຼວງນໍ້າທາ ກ່ຽວກັບຜົນຂອງການລົງໄປຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການທີ່ ຊຸມຊົນຈັດຕັ້ງປະຕິບັດເອງ.

 

ໃນລະຫວ່າງວັນທີ 16-18 ພະຈິກ 2020 ຜ່ານມາ ຄະນະດັ່ງກ່າວ ໄດ້ໄປຢ້ຽມຢາມ ກຸ່ມບົວລະບັດຮັກສາທາງ, ການກໍ່ສ້າງຂົວອູ່ ແລະ ໂຄງການທຶນສົມທົບຂອງລັດຖະບານ ສປປ ລາວ ໃນຮອບວຽນ 17 ປີ 2020 ຢູ່ເມືອງນາແລ ແລະ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.  ຜົນຂອງການຢ້ຽມຢາມພົບວ່າ, ຮູບແບບການຈັດຕັ້ງປະຕິ ບັດໂຄງການຍ່ອຍ ໂດຍຊຸມຊົນເປັນເຈົ້າການເຮັດ ເອງທຸກຂັ້ນຕອນນີ້ ແມ່ນເລິ່ມແຕ່ການວາງແຜນ, ສໍາຫຼວດຄິດໄລ່ອອກແບບ, ຈັດຊື້-ຈັດຈ້າງອຸປະກອນກໍ່ສ້າງ ແລະ ຈັດຫາວິຊາການຊຸມຊົນຂອງທິມງານບ້ານ ພາຍໃຕ້ການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງປະຊາຊົນພາຍໃນບ້ານໃນການກໍ່ສ້າງໂຄງການຍ່ອຍ

 

ໃນໄລຍະຜ່ານມາ ກໍຄືໃນປີ 2020 ແມ່ນມີຜົນສໍາເລັດ ແລະ ເປັນຮູບແບບອັນດີ ຈະຕ້ອງໄດ້ສືບຕໍ່ຜັນຂະຫຍາຍໄປສູ່ພື້ນທີ່ເປົ້າໝາຍອື່ນໆຕຶ່ມ. ເພາະຮູບແບບນີ້ ເປັນຮູບແບບ ທີ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວ ບ້ານຜູ້ທຸກຍາກໄດ້. ນອກນັ້ນ, ຍັງສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານ ທັງເປັນການສ້າງນັກພັດທະນາກອນຢູ່ຂັ້ນບ້ານດ້ານການເປັນຊ່າງປູນ, ຊ່າງໄມ້ຜູ້ທີ່ທຸກຍາກ ບໍ່ມີວຽກເຮັດງານທໍາ ມີວິຊາອາຊີບທີ່ໝັ້ນຄົງ ພາຍຫຼັງໂຄງການຍ່ອຍຂອງບ້ານສໍາເລັດ ເຂົາເຈົ້າກໍສາມາດຖືເອົາອາຊີບນີ້ ໄປຮັບເໝົາກໍ່ສ້າງໃຫ້ກັບບ້ານອຶ່ນໆໃນຂົງເຂດດັ່ງ ກ່າວ ເພື່ອຫາລາຍໄດ້ເພິ່ມໃຫ້ກັບຄອບຄົວໄດ້ອີກ ຊຶ່ງຖືໄດ້ວ່າ ເປັນການສ້າງອາຊີບທີ່ໝັ້ນຄົງໃຫ້ຊຸມຊົນໃນຂົງເຂດດັ່ງກ່າວໄດ້. ສ່ວນດ້ານການຄຸ້ມຄອງບໍລິຫານງົບປະມານ, ການດຳເນີນການຈັດຊື້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບຂອງສິ່ງກໍ່ສ້າງກໍ່ເຫັນວ່າຈັດຕັ້ງປະຕິບັດໄດ້ດີຂຶ້ນກວ່າເກົ່າ. ດັ່ງນັ້ນຮູບແບບທີ່ຊຸມຊົນຈັດຕັ້ງປະຕິບັດໂຄງການ ດ້ວຍຕົນເອງນີ້ ຍັງເປັນການແກ້ໄຂຄວາມທຸກຍາກໂດຍກົງໃຫ້ກັບຄອບຄົວທຸກຍາກທີ່ສຸດພາຍໃນບ້ານ. ເນື່ອງຈາກ ຊຸມຊົນໄດ້ຮັບຄ່າຕອບແທນໃນເວລາມາອອກແຮງງານກໍ່ສ້າງໂຄງການຍ່ອຍ, ຊຶ່ງລາຍຮັບດັ່ງກ່າວສາມາດນໍາໄປຊື້ອາ ຫານ ການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈຳເປັນພາຍໃນຄອບຄົວ,  ລວມທັງໄດ້ສ້າງຄວາມເປັນເຈົ້າການໃຫ້ແກ່ຊຸມຊົນໃນການປົກປັກຮັກສາສິ່ງກໍສ້າງທີ່ລັດໄດ້ລົງທຶນໃຫ້ສາມາດນຳໃຊ້ໄດ້ຍາວນານ ເພາະວ່າ: ຊຸມຊົນມີຄວາມພາກພູມ ໃຈ ໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ.

 

ທ່ານ ນາງ Aurelie Righetti, ຫົວໜ້າແຜນງານດ້ານການປົກຄອງ ແລະ ການມີສ່ວນຮ່ວມຈາກ SDC  ໄດ້ໃຫ້ທັດສະນະວ່າ: ສໍາລັບການມາເຮັດວຽກຢ້ຽມຢາມເປັນເວລາ 3 ວັນຢູ່ເມືອງນາແລ ແລະ ວຽງພູຄາ ແຂວງຫຼວງນໍ້າທາຄັ້ງນີ້ ເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ມາທາງເໜືອຂອງ ສປປ ລາວ ຊຶ່ງເປັນສະຖານທີ່ສວຍງາມ ແລະ ຜູ້ຄົນລ້ວນແຕ່ມີນໍ້າໃຈດີງາມ. ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຕ່ປີ 2008, ມາຮອດປະຈຸບັນແມ່ນຄົບຮອບ 12 ປີແລ້ວ.  ໄລຍະຜ່ານມາຂອງໂຄງການ ທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມ 5 ບ້ານ ຊຶ່ງມີ 10 ໂຄງການຍ່ອຍທີ່ແຕກຕ່າງກັນ, ພວກເຮົາຢາກຮູ້ວ່າການຈັດຕັ້ງປະຕິບັດໂຄງການເຫຼົ່ານັ້ນ ໄດ້ບັນລຸຕາມຈຸດປະສົງ ແລະ ບັນລຸເປົ້າໝາຍຂອງ ທລຍ ເພື່ອປັບປຸງການເຂົ້າເຖິງສິ່ງອໍານວຍຄວາມສະດວກຕ່າງໆຂອງຊຸມຊົນຫຼືບໍ່. ອີກດ້ານໜຶ່ງກໍເບິ່ງວ່າ ໄດ້ກະຕຸກຊຸກຍູ້ພໍ່ແມ່ປະຊາ ຊົນມີສ່ວນຮ່ວມໃນການກໍ່ສ້າງຫຼືບໍ່.

 

ຂ້າພະເຈົ້າມີຄວາມປະທັບໃຈໃນການຈັດຕັ້ງປະຕິບັດວຽກງານຂອງ ທລຍ ສະແດງອອກຢູ່ບ່ອນວ່າ ພໍ່ແມ່ປະຊາຊົນມີຄວາມຮັບຜິດຊອບແລະມີຄວາມເປັນເຈົ້າການໃນການຄັດເລືອກບຸລິມະສິດຄວາມຕ້ອງການດ້ວຍຕົນເອງ ເພື່ອພັດທະນາບ້ານຂອງຕົນເອງ ເຊັນ: ການວາງແຜນພັດທະນາບ້ານ, ການປະກອບສ່ວນວັດຖຸທ້ອງຖິ່ນທີ່ຫາໄດ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ, ຂ້າພະເຈົ້າໄດ້ເຫັນສິ່ງກໍ່ສ້າງຍັງຢູ່ໃນສະພາບທີ່ດີ ແລະ ມີການປັບປຸງໃຫ້ດີຂຶ້ນເຊັ່ນ: ທາງເຂົ້າຫາບ້ານ, ລະບົບຊົນລະປະທານ ມີນໍ້າຮັບໃຊ້ໃນການປູກເຂົ້າ ແລະ ພືດຜັກຕ່າງໆ. ມີຫຼາຍໆໂຄງການຍ່ອຍທີ່ຂ້າພະເຈົ້າໄດ້ງິນຈາກຊາວບ້ານແມ່ນເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂຶ້້ນ,ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ.

 

ນອກຈາກນັ້ນ ຂ້າພະເຈົ້າ ມີຄວາມປະທັບໃຈກັບການເຮັດວຽກຂອງອົງການປົກຄອງເມືອງທີ່ໄດ້ຮ່ວມເຮັດວຽກນໍາພວກຂ້າພະເຈົ້າຕະຫຼອດເວລາຂອງການມາເຮັດວຽກໃນຄັ້ງນີ້. ຂ້າພະເຈົ້າເຫັນວ່າອົງການປົກຄອງເມືອງມີຄວາມຕັ້ງໃຈ ແລະ ຈິງຈັງກັບການເຮັດວຽກນໍາພວກຂ້າພະເຈົ້າ.

 

ຂ້າພະເຈົ້າເຫັນວ່າ ທລຍ ມີໝາກຜົນສໍາເລັດຫຼາຍດ້ານ ແລະ ພໍ່ແມ່ປະຊາຊົນກໍ່ຈະຈາລຶກໄວ້ໃນໃຈຢ່າງບໍ່ມີວັນລືມ. ທລຍ ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ໃນຫຼາຍຂະແໜງການທີ່ແຕກຕ່າງກັນເຊັ່ນ: ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນສິ່ງທີ່ຂ້າພະເຈົ້າມີຄວາມປະທັບໃຈ ແລະ ຢາກໃຫ້ ທລຍ ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປໃນອະນາຄົດ.