ເມືອງນາແລກັບການພັດທະນາ

Posting Date: 
31 Jul 2019

ເມືອງນາແລກັບການພັດທະນາ

 

          ເມືອງນາແລ ແມ່ນເມືອງທຸກຍາກກວ່າໝູ່ ຖ້າທຽບໃສ່ເມືອງອື່ນຂອງແຂວງຫຼວງນໍ້າທາ. ຍ້ອນສາເຫດດັ່ງກ່າວນັ້ນ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຈຶ່ງເຂົ້າໄປຊ່ວຍເຫຼືອພັດທະນາ ນັບແຕ່ ປີ 2008 ເປັນຕົ້ນມາ.  ມາຮອດປະຈຸບັນ ໄດ້ເຮັດໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານທີ່ຈໍາເປັນຂອງລັດ ໄດ້ຢ່າງທົ່ວເຖິງເຊັ່ນ: ການເຂົ້າເຖິງການສຶກສາຂອງເດັກ, ການເຂົ້າເຖິງນໍາກິນ-ນໍ້າໃຊ້, ການເຂົ້າເຖິງການປິ່ນປົວສຸຂະ ພາບຢູ່ສຸກສະລາກຸ່ມບ້ານ, ການມີເສັ້ນທາງຈາກບ້ານຫາເທດສະບານຂອງເມືອງ ແລະ ອື່ນໆ .

 

ສະເພາະປີ 2019ເມືອງນາແລ ໄດ້ສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກລັດ ໂດຍຜ່ານ ທລຍ ລວມມູນຄ່າທັງໝົດ627ລ້ານກວ່າກີບ ໃນນັ້ນລວມມີ: ການປັບປຸງເສັ້ນທາງ ຢູ່ບ້ານໜອງປາແສດ, ມຸນຄ່າ 156 ລ້ານກວ່າ ກີບ, ການສ້ອມແປງຂົວນໍ້າລົ້ນ ຢູ່ບ້ານກັນທະ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະກາງປີ 2018 ປີທີ່ຜ່ານມາ ມູນຄ່າ 27 ລ້ານກວ່າກີບ, ສະໜອງອຸປະກອນເຟີນີເຈີໂຕະຕັ່ງໃຫ້ແກ່ໂຮງຮຽນປະຖົມ ບ້ານເຜີ້ງ ມູນຄ່າ 27 ລ້ານກວ່າກີບ , ການສ້ອມແປງເສັ້ນທາງ ບ້ານຕະເຄີງ ມູນຄ່າ 180ລ້ານກວ່າກີບ ແລະ ການສ້ອມແປງເສັ້ນທາງບ້ານສະພີມ ມຸນຄ່າທັງ 237ລ້ານກວ່າ ກີບ ໃນນັ້ນ.

ຮູບແບບໃນການຈັດຕັ້ງປະຕິບັດ ນັ້ນ ທລຍ ໄດ້ເອົາໃຈ ໃສ່ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ເພື່ອໃຫ້ເຂົາເຈົ້າຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍແຕ່ລະບ້ານ ໄດ້ສ້າງຕັ້ງທິມງານຈັດຕັ້ງປະຕິບັດງານຂັ້ນບ້ານຂຶ້ນ  ເຂົາເຈົ້າຖືກຄັດເລືອກໂດຍພໍ່ແມ່ປະຊາຊົນ ແລະ ເຂົາເຈົ້າຈະກາຍເປັນຕົວແທນຂອງພໍ່ແມ່ປະຊາຊົນພາຍໃນບ້ານ ທິມງານດັ່ງກ່າວປະກອບມີ 9 ທ່ານ (3 ທ່ານ ຮັບຜິດຊອບວຽກຈັດຊື້-ຈັດຈ້າງ, 3 ທ່ານ ຮັບຜິດຊອບດ້ານວິຊາການກໍ່ສ້າງ, 3 ທ່ານຮັບຜິດຊອບດ້ານການເງິນ ເຂົາເຈົ້າເປັນຜູ້ຄວບຄຸມການຈັດຕັ້ງປະຕິບັດໂຄງການທັງໝົດ ເພື່ອໃຫ້ໄປຕາມທຸກຂັ້ນຕອນທີ່ໂຄງການກໍານົດໄວ້ ໂດຍສະເພາະເນັ້ນໃສ່ຄວາມໂປ່ງໃສ່ ສາມາດກວດສອບໄດ້ ແລະ ເນັ້ນໃສ່ຄຸນນະພາບຂອງສິ່ງກໍ່ສ້າງ ທັງໝົດເຫຼົ່ານີ້ແມ່ນເພື່ອ ຄວາມຍືນຍົງຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ເມືອງນາແລ.