16 ປີ ທລຍ ກັບວຽກງານການສຶກສາ

Posting Date: 
08 Oct 2019

16 ປີ ທລຍ ກັບວຽກງານການສຶກສາ

ການສຶກສາເປັນປັດໃຈໜຶ່ງທີ່ສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກຍັງຂາດສິ່ງອໍານວຍຄວາມສະດວກດ້ານສາທາລະນູປະໂພກ ແລະ ເປັນສິ່ງທ້າທາຍໜຶ່ງໃນການສົ່ງເສີມເດັກນ້ອຍໃນການອາຍຸເຂົ້າໂຮງຮຽນ ເພາະບາງບ້ານ ບາງກຸ່ມບ້ານບໍ່ມີໂຮງຮຽນຖາວອນເລີຍ. ສະນັ້ນ ໃນ 16 ປີຜ່ານມາລັດຖະບານ ໄດ້ໃຫ້ການສະໜັບສະໜູນຂະແໜງການສຶກສາຢູ່ເຂດຊົນນະບົດຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກເຊັ່ນ: ການກໍ່ສ້າງ - ສ້ອມແປງໂຮງຮຽນ, ກໍ່ສ້າງຫໍພັກຄູ, ສະໜອງອຸປະກອນການຮຽນ-ການສອນ, ໃຫ້ທຶນແກ່ບ້ານທຸກຍາກ, ຊົນເຜົ່າໄປຮຽນຄູ ຫຼັງຈາກນັ້ນກັບມາເປັນຄູສອນຢູ່ບ້ານຕົນເອງລວມມີທັງໝົດ 1.960 ໂຄງການ ໂດຍນໍາໃຊ້ງົບປະມານ 376 ຕື້ກວ່າກີບ ຫຼືເທົ່າກັບ 30.5% ຂອງງົບປະມານທີ່ ທລຍ ລົງທຶນທັງໝົດ, ຊຸມຊົນປະກອບສ່ວນວັດຖຸ ແລະ ແຮງງານຄິດເປັນເງິນ 32 ຕື້ກວ່າກີບ ແລະ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 531.091 ຄົນ, ຍິງ 272.216 ຄົນ.

ການສະໜັບສະໜູນດ້ານການສຶກສາເຫຼົ່ານັ້ນໄດ້ຊ່ວຍເຮັດໃຫ້ເດັກນ້ອຍໃນເກນອາຍຸເຂົ້າໂຮງຮຽນໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນກວ່າເກົ່າ.