525 ຄອບຄົວຕົວແບບດ້ານ ປັບປຸງຊີວິດການເປັນຢູ່ ທີ່ ທລຍ ໄດ້ສ້າງຂຶ້ນນັບແຕ່ປີ 2012

Posting Date: 
21 Jan 2020

525 ຄອບຄົວຕົວແບບດ້ານ ປັບປຸງຊີວິດການເປັນຢູ່ ທີ່ ທລຍ ໄດ້ສ້າງຂຶ້ນນັບແຕ່ປີ 2012

 

ໂດຍອີງຕາມ 9 ມາດຖານຄອບຄົວຕົວແບບ ແລະ ບ້ານພັດທະນາດ້ານກະສິກຳ ແລະ ປ່າໄມ້ ສະບັບ ເລກທີ 0837/ກປ ລົງວັນທີ 06 ເມສາ 2018 ຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຄື:

1)     ມີທີດີນອາໃສ ເເລະ ທີ່ທຳການຜະລິດໝັ້ນຄົງ;

2)    ມີສິ່ງປຸກສ້າງທີ່ຕິດພັນກັບເຮືອນ (ເຮືອນຄົວ, ວິດຖ່າຍ, ຄອກສັດ, ພຶດສວນຄົວ,...);

3)    ມີເເລ່ງນໍ້າເຂົ້າໃນການຜະລິດຕະຫຼອດປີ;

4)    ໄດ້ຮັບການຝຶກອົບຮົມທາງດ້ານເຕັກນິກວິຊາການດ້ານກະສິກຳ;

5)    ມີການຜະລິດກະສິກຳທີະອາດ ຕໍ່ສີ່ງເເວດລ້ອມ;

6)    ຈໍານວນ ຄອບຄົວ​ຕົວ​ແບບ​ດັ່ງກ່າວ ​ເປັນທ່າແຮງສໍາຄັນ;

7)    ຮູ້ສ່າງເເຜນຜະລິກດ້ານກະສິກຳ;

8)    ມີລາຍຮັບສະເລ່ຍ 5,6ລ້ານ/ຄົນ/ປີ ຫຼື 500,000 ກີບ/ຄົນ/ເດືອນ;

9)    ມີບົດຮຽນການລ້ຽງການປູກສາມາດຖ່າຍທອດ ເເລະ ເເລກປ່ຽນໄດ້.